何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ລັດ​ຖະ​ບານ​ຈີ​ນ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2021-12-11 11:51:48 CRI

ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ລັດ​ຖະ​ບານ​ຈີ​ນ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ_fororder_1128152219_16391390380141n

 

ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ທັນ​ວາ​ນີ້, ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ຈີ​ນ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ, ໂດຍ​ສະຫຼຸບ​ວຽກ​ງານ​ເສດ​ຖະ​ກິດ​ໃນ​ປີ 2021, ວິ​ເຄາະ​ສະ​ພາບ​ການ​ເສດ​ຖະ​ກິດ​ໃນ​ປະ​ຈຸ​ບັນ ແລະ ວາງ​ແຜນ​​ປະ​ຕິ​ບັດ​ງານດ້ານ​ເສດ​ຖະ​ກິດ​ໃນ​ປີ 2022.

ກອງ​ປະ​ຊຸມ​ເຫັນ​ວ່າ, ປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​​ເປັນ​ຂີດໝາຍ​ ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ປະ​ເທດ​ຈີນ. ຈີນ​ໄດ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ຮອບ​ຮ້ອຍ​ປີ ແລະ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19ທີ່​ຮ້າຍ​ແຮງ​ດ້ວຍ​ຄວາມ​ທຸ່ນ​ທ່ຽງ, ໄດ້​ມີ​ບາດ​ກ້າວ​ໃໝ່​ໃນ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່, ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ອັນ​ໃໝ່, ໄດ້​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົ​ມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14”. ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ ແລະ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ໄດ້​ຢູ່​ໃນ​ລະ​ດັບ​ນຳ​ໜ້າ​ຂອງ​ໂລກ, ກຳ​ລັງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ດັບ​ຍຸດ​ທະ​ສາດແຫ່ງ​ຊາດ​ໄດ້​ພັດ​ທະ​ນາ​ເຂັ້ມ​ແຂງ​ໄວ​ຂຶ້ນ, ຄວາມ​ເຂັ້ມ​ແຂ​ງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໄດ້​ຍົກ​ສູງ​ຂຶ້ນ, ການ​ປະ​ຕິຮູບ ແລະ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ເຂັ້ມ​ແຂງ ແລະ​​ມີປະ​ສິດ​ທິ​ຜົນ, ການ​ສ້າງ​ຄວາມ​ສິ​ວິ​ໄລ​​ທາງ​ລະ​ບົບ​ນິ​ເວດ​ໄດ້​​ພັດ​ທະ​ນ​າກ້າວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ.

ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ລັດ​ຖະ​ບານ​ຈີ​ນ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ_fororder_1128152219_16391390744881n

ກອງ​ປ​ະ​ຊຸ​ມ​ຊີ້​ໃຫ້​ເຫັນວ່າ, ໃນ​ຂະ​ນະ​ດຽວ​ກັນ​ທີ່​ຢືນ​ຢັນ​ຜົນ​ງານ​ທີ່​ໄດ້​ຮັບ​​ຢ່າງ​ເຕັມ​ສ່ວນ​ນັ້ນ, ຕ້ອງ​ໄດ້​ສັງ​ເກດ​ເຫັນ​ວ່າ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ພວມ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ 3 ຢ່າງ, ຄື: ຄວາມ​ຕ້ອງ​ການຫຼຸດ​ໜ້ອຍ​ລົງ, ຜົນ​ກະ​ທົບ​ຈາກການ​ສະ​ໜອງ, ແລະ ຄວາມ​ຄາດ​ໝາຍ​ອ່ອນ​ແອ​ລົງ. ພາຍ​ໃຕ້​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ປ່ຽ​ນ​ແປງ​ຮອບ​ຮ້ອຍ​ປີ​ໄດ້​ເລັ່ງ​ລັດ​ຂະ​ບວນ​ການ​ຜັນ​ແປ, ສະ​ພາບ​ແວດ​ລ້ອມ​ພາຍນອກ​ມີ​ຄວາມ​ສັບ​ສົນ ຂ້ຽວ​ຂາດ ແລະ ​ມີ​ຄວາມບໍ່​ແນ່ນອນຫຼາຍກວ່າ​ເກົ່າ. ພວກ​ເຮົາ​ຕ້ອງ​ມີ​ທ່າ​ທີ​ອັນ​ຖືກ​ຕ້ອງ​ຕໍ່​ກັບ​ຄວາມ​ຫຍຸ້ງ​ຍາກ, ທັງ​ມີ​​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ. ​ພື້ນ​ຖານເສດ​ຖະ​ກິດ​ຂອງ​ປະ​ເທດ​ຈີນ​ມີ​ຄວາມ​ເຂັ້ມ​ແຂງ, ​ແລະ​ຈະພັດ​ທະ​ນາ​ໄປ​ໃນ​​ທິດທາງ​ທີ່​ດີ​ເປັນ​ໄລ​ຍະ​ຍ​າວ​​ເຊິ່ງ​ຈະ​ບໍ່​ມີ​ການ​ປ່ຽ​ນ​ແປງ​ແຕ່​ຢ່າງ​ໃດ. ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ຈະ​ປ່ຽນ​ແປງ​ແນວ​ໃດ​ກໍ​ຕາມ, ພວກ​ເຮົາ​ກໍ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍ​າ​ສາດ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ​​ນຳ​ໃຊ້​ລະ​ບຽບ​ການ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນທີ່​ມີ​ມາດ​ຕະ​ຖານ​ສູງ, ​ ​ ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃຫ້​ກ້າວ​ສູ່​ລວງ​ເລິກ ດ້ວຍການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

ກອງ​ປະ​ຊຸມ​ຍັງ​ຮຽກ​ຮ້ອງວ່າ, ວຽກ​ງານ​ເສດ​ຖະ​ກິດ​ປີ​ໜ້າ​ຂອງ​ຈີນ​ຕ້ອງ​ເນັ້ນ​ຄວາມ​ໜັກ​ແໜ້ນ ແລະ ​ພັດ​ທະ​ນາ​ກ້າວ​ໜ້າ, ເຂດ​ແຄວ້ນ​ຕ່າງໆ ແລະ ພາກ​ສ່ວນ​ຕ່າງໆ​​ຕ້ອງ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ, ພາກ​ສ່ວນ​ຕ່າງໆ​ຕ້ອງ​ຕັ້ງ​ໜ້າ​ອອກ​ນະ​ໂຍ​ບາຍ​ທີ່​ມີ​ຜົນ​ດີ​ຕໍ່​ການ​​ພັດະ​ທ​ນາ​ເສດ​ຖະ​ກິດ​ຢ່າງ​ໜັກ​ແໜ້ນ.

ໜຶ່ງ, ນະ​ໂຍ​ບາຍ​ມະ​ຫາ​ພາກ​ຕ້ອງ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ມີ​ປະ​ສິດ​ທິ​ຜົນ, ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ ແລະ ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ. ສອງ, ນະ​ໂຍ​ບານ​ຈຸນ​ລະ​ພາກ​ຕ້ອງ​ກະ​ຕຸກ​ຊຸກ​ຍູ້​ພະ​ລັງ​ຊີ​ວິດ​ຂອງ​ຫົວ​ໜ່ວຍ​​ທຸ​ລະ​ກິດ​ທາງຕະຫຼາດ​ຢ່າງ​ຕໍ່​ເນື່ອງ. ສາມ, ນະ​ໂຍ​ບາຍ​ດ້ານ​ໂຄງ​ປະ​ກອບ​ຕ້ອງ​​ສຸມ​ໃສ່ຊຸກ​ຍູ້​ການ​ພັດ​ທະ​ນາ​ໝູນ​ວຽນ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ໃຫ້​ລຸ​ລ່ວງ. ສີ່, ນະ​ໂຍ​ບາຍ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ້ອງ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ. ຫ້າ, ນະ​ໂຍ​ບາຍ​ດ້ານ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຕ້ອງ​ກະ​ຕຸກ​ຊຸກ​ຍູ້​​ພະ​ລັງ​ຊຸກ​ດັນຂອງ​ການ​ພັດ​ທະ​ນາ. ຫົກ, ນະ​ໂຍ​ບາຍ​ດ້ານ​ການ​ພັດ​ທະ​ນາ​ເຂດ​ຕ່າງໆ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ດຸນ​ດ່ຽງ ແລະ ລັກ​ສະ​ນະ​ປະ​ສານ​ສົມ​ທົບ​ກັນ​ໃນ​ການ​ພັດ​ທະ​ນາ. ເຈັດ, ນະ​ໂຍ​ບາຍ​ດ້ານ​ສັງ​ຄົມ​ຕ້ອງ​ຮັບ​ປະ​ກັນ​ເສັ້ນ​ພື້ນ​ຖານ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ​ຢ່າງ​ໜັກ​ແໜ້ນ.

 

 

ຄຳ​ເຫັນ

0