徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍຮຽກຮ້ອງໃຫ້ອາເມຣິກາແລະອົງການນາໂຕໃຫ້ການຮັບປະກັນດ້ານກົດໝາຍແກ່ການປາສະຈາກການຂະຫຍາຍຕົວສູ່ພາກຕາເວັນອອກຂອງອົງການນາໂຕ

2021-12-11 15:54:24 cri

ຣັດເຊຍຮຽກຮ້ອງໃຫ້ອາເມຣິກາແລະອົງການນາໂຕໃຫ້ການຮັບປະກັນດ້ານກົດໝາຍແກ່ການປາສະຈາກການຂະຫຍາຍຕົວສູ່ພາກຕາເວັນອອກຂອງອົງການນາໂຕ_fororder_WechatIMG151

ຕາມຂ່າວCRI: ວັນທີ 10 ທັນວານີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການກ່ຽວກັບການດຳເນີນການສົນທະນາດ້ານການຮັບປະກັນຄວາມໝັ້ນຄົງກັບອາເມຣິກາແລະປະເທດຕາເວັນຕົກອື່ນໆໂດຍຮຽກຮ້ອງໃຫ້ອາເມຣິກາແລະອົງການນາໂຕໃຫ້ການຮັບປະກັນດ້ານກົດໝາຍແກ່ການປາສະຈາກຄວາມອາດເປັນໄປໄດ້ໃນການຂະຫຍາຍຕົວສູ່ພາກຕາເວັນອອກຂອງອົງການນາໂຕ.

 

ຖະແຫຼງການໄດ້ລະບຸວ່າ, ​ຣັດເຊຍໄດ້ສັງເກດເຫັນວ່າ ທ່ານໂຈ ໄບເດນ,​ປະທານາທິບໍດີອາເມຣິກາໄດ້ກ່າວໃນເວລາພົບປະກັບທ່ານປະທານາທິບໍດີວາລາດີເມຍ ປູຕີນຜ່ານທາງວີດີໂອໃນຫວ່າງກ່ອນນີ້ບໍ່ດົນວ່າ:​ ຍິນດີດຳເນີນການສົນທະນາກັບຣັດເຊຍຢ່າງເຂັ້ມງວດກ່ຽວກັບບັນຫາດ້ານການຮັບປະກັນຄວາມໝັ້ນຄົງຂອງຣັດເຊຍ. ໃນປັດຈຸບັນນີ້ທີ່ການພົວພັນລະຫວ່າງຣັດເຊຍແລະຝ່າຍຕາເວັນຕົກໄດ້ເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງແລະຮຸນແຮງຂຶ້ນເລື້ອຍໆ. ຍິ່ງ​ຕ້ອງການການສົນທະນາແບບນີ້ຢ່າງຮີບດ່ວນ. ແຕ່ວ່າກໍ່ການກະທຳທີ່ກໍ່ການເປັນປໍລະປັກກັບຣັດເຊຍແມ່ນບໍ່ເປັນທີ່ຮັບເອົາໄດ້ຢ່າງເດັດຂາດໄດ້.

 

ຖະແຫຼງການຍັງລະບຸຕື່ມວ່າ, ຣັດເຊຍຍຶດໝັ້ນຮຽກຮ້ອງໃຫ້ສ້າງຄວາມຮັບປະກັນດ້ານກົດໝາຍເປັນໄລຍະຍາວໃນໄລຍະພິເສດແລະບົນພື້ນຖານສະເໝີພາບແລະຫຼັກການຄວາມໝັ້ນຄົງທີ່ແບ່ງແຍກບໍ່ໄດ້, ປາສະຈາກຄວາມອາດເປັນໄປໄດ້ຂອງການຂະຫຍາຍຕົວສູ່ພາຕາເວັນອອກຕື່ມອີກແລະການຕິດຕັ້ງລະບົບອາວຸດທີ່ເປັນໄພຂົ່ມຂູ່ຕໍ່ຣັດເຊຍຢູ່ພາກຕາເວັນຕົກຣັດເຊຍຂອງອົງການນາໂຕ.​ ຖະແຫຼງການຍັງຮຽກຮ້ອງໃຫ້ອົງການນາໂຕໃຫ້ຄຳຕອບຢ່າງລະອຽດຕໍ່ຂໍ້ສະເໜີກ່ຽວກັບການຜ່ອນຄາຍສະຖານະການທີ່ເຄັ່ງຕຶງຢູ່ເອີຣົບທີ່ຣັດເຊຍຫວ່າງກ່ອນນີ້ບໍ່ດົນ.​ນອກນີ້, ຣັດເຊຍຈະສະເໜີຂໍ້ສະເໜີສັງລວມກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານກົດໝາຍສະບັບໜຶ່ງ,​ເພື່ອຈະກຽມເພື່ອການສົນທະນາດ້ານສະຖຽນລະພາບທາງຍຸດທະສາດລະຫ່າງຣັດເຊຍ-ອາເມຣິກາໃນຮອບຕໍ່ໄປ.

ຄຳ​ເຫັນ

0