尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​​ແລັ​ສ​​ຕີນ​ຈັດ​ການ​ປ່ອນ​ບັດ​ຮອບ​ທີ​ໜຶ່ງ​ຂອງ​ການ​ເລື່ອງ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​ຢູ່​ແຄ​ມ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

2021-12-12 16:42:05 cri

      ຕອນ​ເຊົ້າ​ວັນ​ທີ 11 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ປາ​ແລັ​ສ​ຕີນ​ໄດ້​ຈັດການ​ປ່ອນ​ບັດ​ຮອບ​ທີໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​. ໂດຍ​ໄດ້​ດຳ​ເນີນ​ຢູ່​ເມືອງ,ຕາ​ແສງ​ແລະ​ຊົນ​ນະ​ບົດ 154 ແຫ່ງ​ຂອງ​ເຂດ​ແຄ​ມ​ຝັ່ງ​ແມ່​ນ້ຳ​ຈໍ​ແດນ,ແລະ​ຈະ​ສິ້ນ​ສຸດ​​ລົງໃນ​ເວ​ລາ 19 ໂມງ​ຂອງວັນ​ທີ 11 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ຜົນ​ສຸດ​ທ້າຍ​ຈະ​ເປີດ​ເຜີຍ​ພາຍ​ໃນ​ເວ​ລາ 72 ຊົ່ວ​ໂມງ​ຫຼັງ​ການ​ສິ້ນ​ສຸດ​ການ​ປ່ອນ​ບັດ. ນອກ​ຈາກ​ເຂດ​ດັ່ງ​ກ່າວ​ແລ້ວ, ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄລ​ຍະ​ທີ​ສອງ​ທີ່​ກວມ​ເຖິງ​ອີກ 66 ເຂດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ​ປີ​ໜ້າ.

      ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​ຄັ້ງ​ນີ້​ໄດ້​ຮັບ​ການ​ຕໍ່​ຕ້ານ​ຈາກ​ອົງ​ການ​ຮາ​ມັ​ສ​ເຊິ່ງ​ເປັນ​ອົງ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ອິ​ສ​ລາມ​ຂອງ​ປາ​ແລັ​ສ​ຕີນ. ​ຕາມ​ແຜນ​ການ​ເດີມ,ປາ​ແລັ​ສ​ຕີນ​ໄດ້​ຕົກ​ລົງຈະຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຮອບ​ດ້ານ​ຂອງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້,ແຕ່​ທ່ານ ມາ​ຮາ​ມຸດ ອັບ​ບັ​ສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕີນ​ໄດ້​ກ່າວ​ໃນ​ເດືອນ​ເມ​ສາ​ປີ​ນີ້​ວ່າ: ເນື່ອງ​ຈາກ​ຄວາມ​ຈຳ​ກັດ​ຈາກ​ຝ່າຍອິ​ສ​ຣາ​ແອນ,ປະ​ຊາ​ຊົນ​ຢູ່​ເຂດ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ຂອງປາ​ແລັ​ສ​ຕີນ​​ຈະ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຍາກ,ສະ​ນັ້ນ​ຈຶ່ງ​ໄດ້​ປະ​ກາດເລື່ອນ​ເວ​ລາ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຮອບ​ດ້ານ​ໂດຍ​ບໍ່​ມີ​ເວ​ລາ​ກຳ​ນົດ.

ຄຳ​ເຫັນ

0