蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ອະ​ນຸ​ຍາດ​ໃຫ້​ແຮງ​ງານ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ມາ​ເລ​ເຊຍ​ຢ່າງ​ຮອບ​ດ້ານ

2021-12-12 15:22:16 CRI

ວັນ​ທີ 10 ທັນ​ວາ​ນີ້, ລັດ​ຖະ​ບານ​ມາ​ເລ​ເຊຍ​ປະ​ກາດ​ວ່າ: ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ມາ​ເລ​ເຊຍ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ໄດ້​ອະ​ນຸ​ຍາດ​ໃຫ້​ເປີດ​ທຸກ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຕໍ່​ແຮງ​ງານ​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ ເຊິ່ງ​ໝາຍ​ຄວາມ​ວ່າ: ບໍ່​ພຽງ​ແຕ່​ຂະ​ແໜງ​ການ​ປູກ​ຝັງ​ເທົ່າ​ນັ້ນ, ໂຄງ​ການ​ກະ​ສິ​ກຳ​ອື່ນໆ, ຂະ​ແໜງ​ການ​ຜະ​ລິດ, ຂະ​ແໜງ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ຂະ​ແໜງ​ການ​ກໍ່​ສ້າງ ແລະ ຂະ​ແໜງ​ການ​ບໍ​ລິ​ການ​ເປັນ​ຕົ້ນ ລ້ວນ​ແຕ່​ເປີດ​ປະ​ຕູ​ຕໍ່​ແຮງ​ງານ​ຕ່າງ​ປະ​ເທດ​ໝົດ​ຄືນໃໝ່. ນີ້​ແມ່ນ​ມາ​ເລ​ເຊຍ​ໄດ້​ເປີດ​ຮັບ​ແຮງ​ງານ​ຕ່າງ​ປະ​ເທດ​ຄືນ​ໃໝ່ ຫຼັງ​ຈາກ​ໄດ້​ໂຈະ​ການ​ຮັບ​ເອົາ​ແຮງ​ງາ​ນ​ຕ່າງ​ປະ​ເທດ​ເປັນ​ເວ​ລາ 1 ປີ​ປາຍ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຕົວ​ເລກ​ສຳຫຼວດ​ທີ່​ສະ​ພາ​ການ​ຄ້າ​ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ເດືອນ​ຕຸ​ລາ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ແຮງ​ງານ​ຕ່າງ​ປະ​ເທດ​ທີ່​ຊອບ​ກົດ​ໝາ​ຍ​ຂອງ​ມາ​ເລ​ເຊຍ​ມີ​ປະ​ມານ 1,1 ລ້ານ​ຄົນ, ໄດ້ຫຼຸດ​ລົງ 1 ສ່ວນ 3 ເມື່​ອ​ທຽບ​ໃສ່​ປີ 2018. ແຮງ​ງານ​ຕ່າງ​ປະ​ເທດ​ທີ່​ຊອບ​ກົດ​ໝາຍ​ໄດ້ຫຼຸດ​ລົງ, ເຮັດ​ໃຫ້ຫຼາຍ​ຂະ​ແໜງ​ການ​ຂອງ​ມາ​ເລ​ເຊຍ​ຂາດ​ແຮງ​ງານ, ພຽງ​ແຕ່​ຂະ​ແໜງ​ການ​ປູກ​ຝັງ​ເທົ່າ​ນັ້ນ, ກໍ​ໄດ້​ຂາດ​ແຮງ​ງານ​ປະ​ມານ 75.000 ຄົນ.

ຄຳ​ເຫັນ

0