尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂ​ງານ​ວາງ​ສະ​ແດງ​​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021

2021-12-12 16:41:29 cri

ໄຂ​ງານ​ວາງ​ສະ​ແດງ​​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021_fororder_8ae7896dee094506b4f26a72e2e28e3d

      ວັນ​ທີ 10 ທັນ​ວາ​ນີ້, ງານ​ວາງ​ສະ​ແດງ​ເຄື່ອງ​ປະ​ກອບການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021 ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ຫຼີວ​ໂຈ່ວ

ເຂດກວາງ​ຊີ​ຂອງ​ ສ​ປ ຈີນ.
ໄຂ​ງານ​ວາງ​ສະ​ແດງ​​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021_fororder_56b4953a42fa455ab56464e02585fbd1

      ​ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ “ເຕົ້າ​ໂຮ​ມ​ຊັບ​ພະ​ຍາ​ກອນ​ອຸດ​ສາ​ຫະ​ກຳ,ຮ່ວມ​ກັນ​ສ້າງ​ສູນການ​ພັດ​ທະ​ນາ”,ເພື່ອ​ເຕົ້າ​ໂຮມ​ຍີ່​ຫໍ້​ແລະ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປະ​ກອບ​ການ​ທ່ອ​ງ​ທ່ຽວ​ພາຍ​ໃນ​ແລະ​ສາ​ກົນ,​ວາງ​ສະ​ແດງ​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ໃໝ່,ເຕັກ​ນິກ​ໃໝ່,ການ​ພັດ​ທະ​ນາ​ໃໝ່,ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ໃນ​ການ​ຜ​ະ​ລິດ​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ແບບ​ວິ​ຊາ​ການ​ແລະ​ມີ​ຂະ​ໜາດ​ໃຫຍ່​ໃຫ້​ຫຼາຍກວ່າ​ເກົ່າ,ສ້າງ​ຍີ່​ຫໍ້​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​​ຂອງ​ງານ​ວາງ​ສະ​ແດງວິ​ຊາ​ການທີ່​ມີ​ຈຸດ​ພິ​ເສດ​ຈະ​ແຈ້ງ​ແລະ​ຫົວ​ຂໍ້​ອັນພົ້ນ​ເດັ່ນ​ຕື່ມ​ອີກ.
ໄຂ​ງານ​ວາງ​ສະ​ແດງ​​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021_fororder_34906e8767004fd9b4a0bbdabe6f0529

      ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ເປັນ​ເວ​ລາ 3 ວັນ, ມີ​ເນື້ອ​ທີ່ 33 ພັນ​ຕາ​ແມັດ,ໄດ້​​ຈັດຕັ້ງ​ເຂດ​ວາງ​ສະ​ແດງ​ຕາມ​ຫົວ​ຂໍ້​ 12 ເຂດ,ຜະ​ລິດ​ຕະ​ພັນ​ທີ່​ວາງ​ສະ​ແດງ​ໃນ​ງານກວມ​ເຖິງ​ອຸ​ປະ​ກອນ,ໂຄງ​ລ່າງ​ແລະ​ການ​ບໍ​ລິ​ການ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ. ນອກ​ຈາກ​ການ​ວາງ​ສະ​ແດງ​ແລ້ວ,ໃນ​ໄລ​ຍະ​ຈັດ​ງາ​ນ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ການ​ພັດ​ທະ​ນາ​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2, ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ທັດ​ສະ​ນະ​ສຶກ​ສາ​ແລະ​ກິດ​ຈະ​ກຳ​ອື່ນ​ໆ.

ຄຳ​ເຫັນ

0