蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ປະ​ເທດ​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ເລົ່າ​ເລື່ອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ຮູບ​ເງົາ

2021-12-12 15:23:05 CRI

ວັນ​ທີ 7 ທັນ​ວາ​ນີ້, ໃນ​ສັບ​ປະ​ດາ​ຮູບ​ເງົາ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 4, ອົງ​ການ​ຈັດ​ຕັ້ງ​ທາງ​ຮູບ​ເງົາ​ຈີນ, ລາວ, ມຽນ​ມາ, ກຳ​ປູ​ເຈຍ, ໄທ ແລະ ຫວຽດ​ນາມ​ໄດ້​ເລີ່ມ​ກິດ​ຈະ​ກຳ​ຮ່ວມ​ຖ່າຍ​ທຳ​ຮູບ​ເງົາ​ເລື່ອງ “ແມ່​ນ້ຳ​ສາຍ​ໃຫຍ່​ທາງ​ຕາ​ເວັນ​ອອກ” ຢູ່​ນະ​ຄອນ​ຄຸ​ນ​ມິງ​ແຂວງ​ຢຸນ​ນານ ສ​ປ ຈີນ ເຊິ່ງ​ແມ່ນ​ໂຄງ​ການ​ຮ່ວມ​ມື​ສຳ​ຄັນ ທີ່​ 6 ປະ​ເທດ​ອີງ​ໃສ່​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ໂດຍ​ຜ່ານ​ຮູບ​ເງົາ.

ຮູບ​ເງົາ​ເລື່ອງ “ແມ່​ນ້ຳ​ສາຍ​ໃຫຍ່​ທາງ​ຕາ​ເວັນ​ອອກ” ແມ່ນ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ຄະ​ນະ​ພັກ​ແຂວງ​ຢຸນ​ນານ​ຈີນ​ເປັນ​ຝ່າຍ​ຈັດ​ຕັ້ງ​ປະ​ຕິ​ບັດ, ໂດຍ​ໄດ້​ຮ່ວມ​ມື​ກັບອົງ​ການ​ຮູບ​ເງົາ​ໃນ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ໄດ້​ຕັ້ງ​ຫົວ​ຂໍ້: “ດື່ມ​ນ້ຳ​ຮ່ວມ​ສາຍ​ດຽວ​ກັນ ແລະ ​ຮ່ວມ​ຊາ​ຕາ​ກຳ​​ຢ່າງ​ແໜ້ນ​ແຟ້ນ", ໂດຍ​ຜ່ານ​ການ​ຮ່ວມ​ມື​ກັນ​ຖ່າຍ​ທຳ ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ອາ​ລິ​ຍະ​ທຳ​ດ້ານ​ນິ​ເວດ ແລະ ທິວ​ທັດ​ທຳ​ມະ​ຊາດ​ແລະ​ວັດ​ທະ​ນະ​ທຳ​ຂອງ 6 ປະ​ເທດ​ຕາມ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​ຮອບ​ດ້ານ, ເລົ່າ​ເລື່ອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ຮູບ​ເງົາ.

ຄຳ​ເຫັນ

0