黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົມ​ຫົວ​ກຸດ​ສົ່ງ​ຜົນ​ເຮັດ​ໃຫ້​ພາກ​ກາງ​ອາ​ເມ​ຣິ​ກາ​ມີ​ຜູ້​ເສຍ​ຊີ​ວິດ 80 ກວ່າ​ຄົນ

2021-12-12 19:59:27 cri

ວັນ​ທີ 11 ທັນ​ວາ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ໃນ​ຕອນ​ຄ່ຳ​ວັນ​ທີ 10 ທັນ​ວາ​ນີ້, 6 ລັດຢູ່​ພາກ​ກາງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ລົມ​ຫົວ​ກຸດຢ່າງ​ໜ້ອຍ 30 ກວ່າ​ເທື່ອ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍມີ​ຜູ້​ເສຍ​ຊີ​ວິດ 80 ກວ່າ​ຄົນ​.

ຂ່າວ​ແຈ້ງ​ຕື່ມວ່າ, 6 ​ລັດ​ທີ່​ເກີດ​ລົມ​ຫົວຸດແມ່ນ ​ລັດ​ອາ​ຄັນ​ຊັ​ສ, ​ລັດ​ມິ​ຊິ​ຊິ​ບີ, ລັດ​ອິ​ລິນອຍ, ລັດ​ເຄນ​​ທາ​ກີ, ລັດ​ເທັນ​ເນ​ຊີ​ແລະ​ລັດ​ມິ​ຊູ​ຣີ.

ອີງ​ຕາມ​ຕົວ​ເລກ​ຂອງ​ເວັບ​ໄຊ​ຕິດ​ຕາມ​ພະ​ລັງ​ໄຟ​ຟ້າ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ, ລົມ​ຫົວ​ກຸດເທື່ອ​ນີ້​ສົ່ງ​ຜົນ​ເຮັດ​ໃຫ້​ຫຼາຍກວ່າ 3 ແສນ 3 ໝື່ນກວ່າ​ຄອບ​ຄົວ​ຂອງ 4 ລັດ​ອາ​ເມ​ຣິ​ກາ​ໄຟ​ຟ້າ​ຂາດ. ໃນ​ໂອ​ກາດອົງ​ການ​ອຸ​ຕຸ​ນິ​ຍົມ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​​ປະ​ກາດ​ການ​ເຕືອນ​ໄພ​ລົມ​ຫົວ​ກຸດລ່ວງ​ໜ້າ​ເມື່ອ​ວັນ​ທີ 10 ທັນ​ວາ​ນີ້ກ່າວ​ວ່າ: ຄາດ​ວ່າ​ຢ່າງ​ໜ້ອຍ​ມີ​ປະ​ຊາ​ກອນ 25 ລ້ານ​ຄົນ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລົມ​ຫົວ​ກຸດເທື່ອ​ນີ້.

ຄຳ​ເຫັນ

0