吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ສູ່ຍອດ​ເສົາ ແລະ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ​ທີ່ຫໍ​ລະ​ນຶກ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​ຈາກ​ກອງ​ທັບ​ຍີ່​ປຸ່ນ​​ຜູ້​ຮຸ​ກ​ຮານ

2021-12-13 14:40:31 cro

图片默认标题_fororder_公祭日1

图片默认标题_fororder_公祭日2

图片默认标题_fororder_公祭日4

    ຕອນ​ເຊົ້າ​ຂອງວັນ​ທີ 13 ທັນ​ວາ​ນີ້, ​ພິ​ທີ​ໂຮມ​ຊຸມ​ນຸມ​ຢູ່ຫໍ​ລະ​ນຶກ​ພີ່​​ເຖິງນ້ອງ​ຮ່ວມ​ຊາດ​​ຜູ້​ເສຍ​ຊີ​ວິດ​ໃນ​​ເຫດການ​ສັງ​ຫານ​ໝູ່​ນານ​ກິ່ງ​ຈາກ​ກອງ​ທັບ​ຍີ່​ປຸ່ນ​​ຜູ້​ຮຸ​ກ​ຮານ​ປະ​ເທດ​ຈີນໄດ້​ຈັດ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ສູ່ຍອດ​ເສົາ ແລະ​ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ.

    ວັນ​ທີ 13 ​ເດືອນທັນ​ວາເປັນ​ວັນ​ໄວ້​ອາ​ໄລແຫ່ງ​ຊາ​ດ​ເຖິງ​ຜູ້​ເສຍ​ຊີ​ວິດໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ.  ​ນັບ​ແຕ່ ສ​ປ ຈີນ​ໄດ້ກຳ​ນົດ​ເອົາວັນ​ທີ 13 ເດືອນ​ທັນ​ວາ​ເປັນ​ວັນ​ໄວ້​ອາ​ໄລແຫ່ງ​ຊາ​ດ​ເຖິງ​ຜູ້​​ເສຍ​ຊີ​ວິດ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ​​ເປັນ​ກົດ​ໝາຍ​ໃນ​ປີ 2014 ເປັນ​ຕົ້ນ​ມາ, ປີ​ນີ້​​ກໍເປັນ​ປີ​ທີ 8 ແລ້ວ.

    ວັນ​ທີ 13 ເດືອນ​ທັນ​ວາ ​ເມື່ອ 84 ປີ​ກ່ອນ, ກອງ​ທັບ​ຍີ່​ປຸ່ນ​ໄດ້​ຮຸກ​ຮານນະ​ຄອນ​ນານ​ກິ່ງ​ຢ່າງ​ປ່າ​ເຖື່ອນ, ​ໃນ​ເຫດ​ການໂສກນາດຕະກຳ​​ດ້ວຍ​ການ​ສັງ​ຫານ​ໝູ່​ທີ່​ໃຊ້​ເວ​ລາ​ຍາວ​ນານ​ເຖິງ 40 ກວ່າ​ວັນ, ປະ​ຊາ​ຊົນ​ຈີນ​ຈຳ​ນວນ 3 ແສນ​ຄົນ​ໄດ້​ເສຍ​ຊີ​ວິດ.

ຄຳ​ເຫັນ

0