吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີນີກາຣາກວາກ່າວ​ວ່າ,ການຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ນີກາຣາກວາ ​ແລະ ຈີນ​ຖື​ວ່າເປັນ​ຂ່າວ​ດີ

2021-12-13 13:42:34 CRI

ປະທານາທິບໍດີນີກາຣາກວາກ່າວ​ວ່າ,ການຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ນີກາຣາກວາ ​ແລະ ຈີນ​ຖື​ວ່າເປັນ​ຂ່າວ​ດີ_fororder_1128154485_16392664272671n


    ວັນ​ທີ 9 ທັນວາ​ນີ້, ນີກາຣາກວາ​ໄດ້​ປະກາດຕັດອັນ​ທີ່​ເອີ້ນ​ວ່າ “ສາຍ​ພົວພັນ​ທາງ​ການທູດ” ກັບ ​​ໄຕ້​ຫວັນ. ວັນ​ທີ 10 ທັນວາ​ນີ້, ຈີນ ​ແລະ ນີກາຣາກວາ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຟື້ນ​ຟູ​ສາຍພົວພັນ​ທາງ​ການ​ທູດ. ທ່ານ​ດາ​ນີວ ​ອໍ​ຕີ​ກາ ປະທານາທິບໍດີ​ນີກາຣາກວາ​ກ່າວ​ວ່າ, ນີກາຣາກວາ ​ແລະ ຈີນ​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດ​ນຳກັນຖືວ່າເປັນ​ຂ່າວ​ດີ​ສຳລັບ​ປະຊາຊົນ​ນີກາຣາກວາ. ທ່ານ​ຍັງກ່າ​ວວ່າ, ປັດຈຸ​ບັນ ຈີນ​ໄດ້​ພັດທະນາ​​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ເສດຖະກິດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພ້ອມ​ທັງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ເປັນ​ຕົ້ນຢ່າງວ່ອງໄວ. ຈີນໄດ້​ຂະຫຍາຍ​ການ​ພົວພັນກັບ​​ປະ​​ເທດ​​ເຂດອາ​ເມຣິກາ​ລາ​ຕິນ ​ແລະ ​ກາຣໍອິບ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ຜ່ານ​ກົນ​ໄກ​ຕ່າງໆ ​ເຊັ່ນ: ​ເວທີ​ປຶກສາ​ຫາລື​ຈີນ-ປະຊາ​ຄົມ​ອາ​ເມຣິກາ​ລາ​ຕິນ​ເປັນ​ຕົ້ນ.


     ພາຍຫຼັງລັດຖະບານນີກາຣາກວາ​ໄດ້ຕັດສິນ​ໃຈ​ຕັດສາຍ​ພົວພັນ​ທາງ​ການ​ທູດ​ກັບ​ໄຕ້​ຫວັນ ​ແລະ ສ້າງ​ສາຍພົວພັນ​ທາງ​ການ​ທູດ​ກັບ​ຈີນ​ຄືນ​ໃໝ່​ແລ້ວ, ວົງ​ການ​ຕ່າງໆໃນ​ນີກາ​ຣາກວາ​ກໍ່ໄດ້​ຕີ​ລາຄາ​ສູງຕໍ່ກັບ​ເລື່ອງ​ນີ້ ​ແລະ ກ່າວ​ວ່າ​ລັດຖະບານ​ໄດ້​ຕັດ​ສິນ​ໃຈຖືກຕ້ອງແລ້ວ.

ຄຳ​ເຫັນ

0