郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ໄດ້ມີ​ເຖິງ1ແສນ​ກໍ​ລະ​ນີ

2021-12-13 16:46:05 cri

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ໄດ້ມີ​ເຖິງ1ແສນ​ກໍ​ລະ​ນີ_fororder_1610838070

​​​   ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອ​ງ​ສິງ​ກະ​ໂປ​ສະ​ບັບວັນ​ທີ 12 ທັນ​ວານີ້​ໄດ້​ລາຍ​ງານ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19​ຢູ່​ອາ​ເມ​ຣິ​ກາ​ໄດ້​ແຜ່​ລະ​ບາດ​ຄືນ​ອີກຮອບ​ໃໝ່,ໃນ​ເວ​ລາ7ວັນ​ຜ່ານ​ມາ ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ເພີ່ມ​ໃໝ່​ຕໍ່​ມື້​​ມີ​ເຖິງ1ແສນ​ກໍ​ລະ​ນີອີກ​ແລ້ວ ເໝືອນ​ດັ່ງ​ສອງ​ເດືອນ​ກ່ອນນີ້, ຈຳ​ນວນ​ຄົນ​ເຂົ້າ​ນອນ​ໂຮງ​ໝໍ​ແລະ​ຜູ້​ເສຍ​ຊີ​ວິດ​ກໍ​ເພີ່ມ​ຂຶ້ນ​​ຢ່າງວ່ອງ​ໄວ, ສະ​ພາບ​ພະ​ຍາດ​ໂຄວິດ-19​ຢູ່ຫຼາຍ​ລັດມີ​ສະ​ພາບ​ທີ່​ຂ້ຽວ​ຂາດ​ເພີ່ມ​ຂຶ້ນ​ອີກ​ເທື່ອ​ໜຶ່ງ.

   ໃນ​ຫຼາຍ​ອາ​ທິດ​ຜ່ານ​ມາ ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ແລະ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​​​ຢ່າງວ່ອງ​ໄວ. ຕາມ​ຂໍ້​ມູນ​ຈາກ​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ອາ​ເມ​ຣິ​ກາ​ໃຫ້​ຮູ້​ວ່າ,ໃນ​ເວລາ7ວັນ​ທີ່​ຜ່ານ​ມາ ຄື​ຮອດ​ວັນ​ທີ8ທັນ​ວາ​ຜ່ານ​ມານີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ໄດ້ເພີ່ມ​ຂຶ້ນ​ຫຼາຍກວ່າ118.500ກໍ​ລະ​ນີ,ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ອາ​ທິດ​ກ່ອນນີ້ 37,3%, ​ແລະກໍ​ແມ່ນ​ໃນ​ໄລ​ຍະ​ດັ່ງ​ກ່າວນີ້ ທີ່ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່​ຕໍ່​ມື້​ຫຼາຍ​ເຖິງ1.000ຄົນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ອາ​ທິດ​​ກ່ອນ 27,8%. ຂໍ້​ມູນ​ຂອງ​ກະ​ຊວງສາ​ທາ​ລະ​ນະ​ສຸກ​ແລະການ​ບໍ​ລິ​ການສາ​ທາ​ລະ​ນະ​ຂອງ​ອາ​ເມ​ຣິ​ກາໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ເຂົ້າ​ນອນ​ໂຮງ​ໝໍ​ຍ້ອນ​ພະ​ຍາດ​ໂຄວິດ-19​ຢູ່ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ40%ເມື່ອ​ທຽບ​ໃສ່​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ.

ນອກນີ້, ​ມາ​ຮອດ​ປັດ​ຈຸ​ບັນ ​​ຢູ່ອາ​ເມ​ຣິ​ກາ​​ໄດ້​ປາ​ກົດ​ມີ​ຜູ້​ຕິດ​​ເຊື້ອ​ໄວ​ຣັ​ດ​ໂອ​ມີ​ຄຣອນຢູ່25ລັດ​​ແລ້ວ,​ແລະໄດ້​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄັ້ງໃໝ່​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0