郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່ຣັດ​ເຊຍ ​ມີຫຼາຍກວ່າ10ລ້ານ​ກໍ​ລະ​ນີ

2021-12-13 16:48:28 cri

ວັນ​ທີ12ທັນ​ວານີ້,​ສູນ​ປ້ອງ​ກັນ​ແ​ລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ຣັດ​ເຊຍ​ໄດ້​ແຈ້ງ​ໃຫ້​ຊາບວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່ຣັດ​ເຊຍ ລວມ​ທັງ​ໝົດ​ມີ​ຫຼາຍກວ່າ10ລ້ານ​ກໍ​ລະ​ນີ.

ວັນ​ທີ6ທັນ​ວານີ້ ​ອົງ​ການ​ປ້ອງ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ບໍ​ລິ​ໂພກ​ແລະ​ຕິດ​ຕາມກວດ​ກາ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງ​ຣັ​ດ​ເຊຍ​ໄດ້​ກ່າວ​ວ່າ: ໃນ​ຈຳ​ນວນ​ຜູ້​ໂດຍ​ສານ10ຄົນ​ທີ່ເດີນ​ທາງກັບ​ຄືນ​ຣັດ​ເຊຍຈາກ​ອາ​ຟ​ຣິ​ກາ​ໃຕ້ ​ໄດ້​ພົບ​ວ່າມີ​ສ​ອງ​ຄົນ​ຕິດ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ໂອ​ມີ​ຄຣອນ​​ເຊິ່ງ​ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ​ໃນ​​ຣັດ​ເຊຍ.

ທ່ານ​ນາງ​ ຕາ​ເຈຍ​ນາ ໂກ​ລີ​ໂຄວາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ກ່າວ​ວ່າ: ​ມາ​ຮອດ​ວັນ​ທີ 10 ທັນ​ວານີ້,ຢູ່​ຣັດ​ເຊຍ ​ຢ່າງ​ໜ້ອຍ​​ມີ​ປະ​ມານ74.190.000ຄົນໄດ້​ສັກ​ວັດ​ຊີນເຂັມທີໜຶ່ງ​ແລ້ວ, ມີ​ຫຼາຍກວ່າ67.260.000ຄົນໄດ້​ສັກເຂັມສອງ​ແລ້ວ. ກ່ອນ​ໜ້ານີ້​ທ່ານ​ນາງ​ຕາ​ເຈຍ​ນາ​ເຄີຍ​ກ່າວ​ວ່າ, ​ບໍ່​ຄວນຊັກ​ຊ້າ​​ໃນການ​ສັກ​ວັກ​ຊີນ.

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່ຣັດ​ເຊຍ ​ມີຫຼາຍກວ່າ10ລ້ານ​ກໍ​ລະ​ນີ_fororder_825171844

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່ຣັດ​ເຊຍ ​ມີຫຼາຍກວ່າ10ລ້ານ​ກໍ​ລະ​ນີ_fororder_904076177

ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່ຣັດ​ເຊຍ ​ມີຫຼາຍກວ່າ10ລ້ານ​ກໍ​ລະ​ນີ_fororder_1576865320

 

ຄຳ​ເຫັນ

0