吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕວກ​ເມ​ນີສະຖານ​ຈັດ​ເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ສະຫຼອງ “ວັນ​ເປັນກາງ”

2021-12-13 13:44:45 CRI

ຕວກ​ເມ​ນີສະຖານ​ຈັດ​ເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ສະຫຼອງ “ວັນ​ເປັນກາງ”_fororder_土库曼斯坦

 

   ຫວ່າງກ່ອນ​ນີ້​ບໍ່​ດົນ, ຕວກ​ເມ​ນີສະຖານ​ໄດ້​ຈັດ​ເວທີ​ປຶກສາ​ຫາລື​ສາກົນ ​ເພື່ອ​ສະຫຼອງ​ວັນ​ທີ່ຕວກ​ເມ​ນີສະຖານ​ໄດ້​ຮັບ​ຖານະ​ເປັນ​ປະ​ເທດ​ເປັນກາງຖາວອນ​ຄົບຮອບ 26 ປີ. ທ່ານ​​ເກີ​ບັນ​ກູຣີ ​​ເປີ​ດີ​ມູຄາ​ເມ​ໂດ​ຟ ປະທານາທິບໍດີ​ຕວກ​ເມ​ນີສະຖານ, ຜູ້ຕາງໜ້າ​ອົງການຈັດ​ຕັ້ງສາກົນ​ຫຼາຍ​ແຫຼ່ງ ​ພ້ອງ​ທັງ​ທ່ານ​ທູດ​ປະ​ເທດ​ຕ່າງໆປະຈຳ​ຕວກ​ເມ​ນີສະຖານ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ. ທ່ານ​​ເບີ​ດີ​ມູຄາ​ເມ​ໂດ​ຟ​ໄດ້ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃ​ນ​ໂລກ​ສ້າງ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ປອດ​​​ໃສ ​ແລະ ຕັ້ງໜ້າ, ພ້ອມ​ກັນ​ຊຸກ​ຍູ້​ໃຫ້​ທົ່ວ​ໂລ​ກມີ​ສັນຕິພາບ ​ແລະ ການພັດທະນາ.


    ທ່ານ​ເປີ​ດີ​ມູຄາ​ເມໂດ​ຟກ່າວ​ຕື່ມວ່າ,​ຕວກ​ເມ​ນີສະຖານ​ຈະ​ສືບ​ຕໍ່​ປັບປຸງ​ສາຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ກັບ ຈີນ​ ​ແລະ ຣັດ​ເຊຍ​ໃຫ້​ໝັ້ນຄົງ, ການ​ພົວພັນ​ລະຫວ່າງຕວກ​ເມ​ນີສະຖານ-ຈີນ,ຕວກ​ເມ​ນີສະຖານ-ຣັດ​ເຊຍ​ໄດ້​ຂະ​ຫຍາ​ຍຕົວຢ່າງ​ໝັ້ນຄົງ​ ​ເຊິ່ງຈະ​ບໍ່​​ໄດ້ຮັບ​ຜົນກະທົບ​ຈາກ​ປັດ​ໄຈ​ພາຍ​ນອກ.
    ວັນ​ທີ​ 12 ທັນວາ​ປີ 1995, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງຖານະ​ປະ​ເທດຕວກ​ເມ​ນີສະຖານ​ເປັນປະ​ເທດ​ເປັນກາງ​ຖາວອນ ​ແລະ ຈັດ​​ເອົາວັນ​ທີ 12 ທັນວາ​​ເປັນ “ວັນ​ເປັນກາງ” ຂອງ​ຕວກ​ເມ​ນີສະຖານ.

ຄຳ​ເຫັນ

0