吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຄອງ​ລັດ​ເຄັນ​ຕັກ​ກີປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ລົມ​ພາ​ຍຸ​ໂທ​ນາ​ໂດ​ໄດ້​ເຮັດ​ໃຫ້​ຄົນເສຍ​ຊີ​ວິດ​ຫລາຍກວ່າ 100 ຄົນ

2021-12-13 14:50:10 cri

图片默认标题_fororder_风

     ວັນ​ທີ 12 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​​ແອນ​ດີ ບີ​ສ​ເຊຍ ເຈົ້າ​ຄອງ​ລັດ​ເຄັນ​​ຕັກ​ກີ​ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລົມ​ພາ​ຍຸ​ໂທ​ນາໂດ, ​ໃນ​ລັດ​ດັ່ງ​ກ່າວມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ເປັນ 80 ຄົນ, ແຕ່​ວ່າ​ຜູ້​ເສຍ​ຊີ​ວິດ​ອາດ​ຫລາຍກວ່າ 100 ຄົນ.

    ທ່ານ​ແອນ​ດີ ບີ​ສ​ເຊຍກ່າວ​ວ່າ: ຂ້າ​ພະ​ເຈົ້າ​ເຫັນ​ວ່າເຫດ​ການ​ລົມ​ພາ​ຍຸ​ຄັ້ງ​ນີ້​ ​ເປັນ​ເຫດ​ການ​ລົມ​ພາ​ຍຸ​ທີ່ມີ​ເວ​ລາຍາວ​ນານ​ທີ່​ສຸດ ແລະ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດອ​າ​ເມ​ຣິ​ກາ. ທ່ານ​ກ່າວ​ຕື່ມ​ວ່າ: ​ບ້ານ​ຫລາຍ​ແຫ່ງ​ໃນ​ລັດ​ເຄັນ​​ຕັກ​ກີ​ຖືກ​​ລົມ​ພາ​ຍຸ​ໂທ​ນາ​ໂດທຳ​ລາຍ​ໝົດ​ກ້ຽງ.

    ມາ​ຮອດ​ປັດ​ຈຸ​ບັນ, ​ກຳ​ມະ​ກອນປະ​ມານ 110 ຄົນ​ທີ່​​ຕິດ​ຄ້າງ​​ຢູ່ໂຮງ​ງານ​ຜະ​ລິດ​ທຽນ​ເມ​ແຟວ​​ທີ່​ພັງ​ທະ​ລາຍ​ລົງ​ນັ້ນ, ມີ 40 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ແລ້ວ.

ຄຳ​ເຫັນ

0