吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຈັດກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລືປະຊາ​ຄົມ​ສື່​ມວນ​ຊົນ​ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນທາງ 2021 ຢູ່​ທີ່​ປັກ​ກິ່ງ

2021-12-14 12:19:26 CRI

​​ຈັດກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລືປະຊາ​ຄົມ​ສື່​ມວນ​ຊົນ​ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນທາງ 2021 ຢູ່​ທີ່​ປັກ​ກິ່ງ_fororder_2a69e357a4f74fbdb60a96ca224d8468

 

    ວັນ​ທີ 13 ທັນວາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ປະຊາ​ຄົມສື່​ມວນ​ຊົນ​ໜຶ່ງ​ແລວ​ໜຶ່ງເສັ້ນທາງ​ 2021 ທີ່​ຈັດ​ຂຶ້ນ​ໂດຍສະຖານີ​ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ ຫຼື CMG ​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ.

 

​​ຈັດກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລືປະຊາ​ຄົມ​ສື່​ມວນ​ຊົນ​ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນທາງ 2021 ຢູ່​ທີ່​ປັກ​ກິ່ງ_fororder_9c58711c715446a79eb4d69910ac1589


    ​ໃນ​ເວ​ທີ​ປຶກສາ​ຫາລື​ຄັ້ງ​ນີ້, ຜູ້ຕາງໜ້າ 150 ກວ່າ​ທ່ານ​ທີ່​ມາ​ຈາກ​ສື່​ມວນ​ຊົນສຳຄັນ 80 ​ແຫ່ງຂອງ 40 ກວ່າ​ປະ​ເທດ ​ແລະ ​​ເຂດ​ແຄວ້ນ​ໄດ້ປຶກສາ​ຫາລືກັນ​ດ້ວຍ​ຮູບ​ແບບຜ່ານ​ທາງ​ອອນ​ລາຍ ​ແລະ ອອຟລາຍ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ​ການເຕົ້າ​ໂຮມ​ຄວາມ​ສາ​ມາກ​ຄີ​ຄວາມ​ຮັບ​ຮູ້​ທີ່​ຄ້າຍຄື​ກັນ ​ແລະ ການຮ່ວມ​ມື​ກັນ, ການ​ປະດິດ​ສ້າງ​ດ້ານ​ເນື້ອ​​ໃນ ​ແລະ ​ເຕັກນິກ, ການ​ຮ່ວມ​ມື​​ໃນ​ດ້ານ​ອຸດສາຫະກຳ, ການ​ຍົກ​ສູງ​ລະດັບ​ຂອງ​ປະຊາຊົນ ພ້ອມ​ທັງການ​ຊຸກຍູ້​ການ​ສ້າງສະພາບ​ການ​ໃໝ່​​ເພື່ອ​ແລກປ່ຽນ​ຄວາມ​ສິວິ​ໄລ​ເປັນ​ຕົ້ນ.


     ຂ່າວ​ແຈ້ງວ່າ, ປະຊາ​ຄົມສື່​ມວນ​ຊົນ​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ​​ໄດ້​​ເຕີບ​ໃຫຍ່ຂະຫຍາ​ຍຕົວ​ໂດຍ​ມີ  ສະມາ​ຊິກ ​139 ສະຖານີ ​ແລະ ຄູ່​ຮ່ວມ​ມື​ຈາກ 60 ປ​ະ​ເທດ ​ແລະ ​ເຂ​ດ​ແຄວ້ນ, ອິດ​ທິພົນກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ໄດ້​ກາຍ​​ເປັນ​ເວທີ​ສຳຄັນ​​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສາກົນດ້ານ​ສື່​ມວນ​ຊົນ ​ແລະ ການພັດທະນາຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ານ​ຮູບ​ເງົາ​ໂທລະພາບ.

ຄຳ​ເຫັນ

0