吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະເປີ​ດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ຄຸນ​ນະ​ພາບ​ສູງໃຫ້​ກວ້າງກວ່າ​ເກົ່າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2021-12-14 15:13:44 cri

ຈີນຈະເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງໃຫ້ກວ້າງກວ່າເກົ່າຢ່າງສະເໝີຕົ້ນສະເໝີປາຍ ປັດຈຸບັນ, ມີ 112 ປະເທດ ແລະເຂດແຄວ້ນສະມາຊິກອົງການການຄ້າໂລກໄດ້ອອກຖະແຫລງການຮ່ວມກ່ຽວກັບການເຈລະຈາທີ່ເຮັດໃຫ້ການລົງທຶນມີຄວາມສະດວກ, ໂດຍໄດ້ປະກາດວ່າຈະພະຍາຍາມຊຸກຍູ້ໃຫ້ສົນທິສັນຍາຫລາຍຝ່າຍວ່າດ້ວຍການເຮັດໃຫ້ການລົງທຶນມີຄວາມສະດວກບັນລຸຜົນເປັນຈິງກ່ອນທ້າຍປີ 2022.  ສຳລັບເລື່ອງນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 13 ທັນວານີ້ວ່າ: ວັນທີ 10 ທັນວານີ້, ມີ 112 ປະເທດ ແລະເຂດແຄວ້ນສະມາຊິກອົງການການຄ້າໂລກ ເຊັ່ນ: ຈີນ, ສະຫະພາບເອີຣົບ, ຣັດເຊຍ, ຍີ່ປຸ່ນ, ຈີເລ, ບຼາຊີນ, ນີເຊລີ ແລະປະເທດອື່ນໆ ໄດ້ຮ່ວມກັນລົງນາມໃນ “ຖະແຫລງການຮ່ວມວ່າດ້ວຍການເຮັດໃຫ້ການລົງທຶນມີຄວາມສະດວກ”.  ປັດຈຸບັນ, ຝ່າຍທີ່ມີສ່ວນຮ່ວມໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນໃນເບື້ອງຕົ້ນກ່ຽວກັບຂອບສົນທິສັນຍາ ແລະກະຕິກາຕົ້ນຕໍ. ຝ່າຍຕ່າງໆຈະຖືເອົາເອກະສານເຈລະຈາທີ່ມີຢູ່ໃນປັດຈຸບັນເປັນພື້ນຖານເພື່ອຊຸກຍູ້ການເຈລະຈາ, ຕາມເປົ້າໝາຍແມ່ນຈະໃຫ້ການເຈລະຈາກ່ຽວກັບເນື້ອໃນຂອງສົນທິສັນຍາສຳເລັດກ່ອນທ້າຍປີ 2022, ຊຸກຍູ້ໃຫ້ສົນທິສັນຍາຫລາຍຝ່າຍວ່າດ້ວຍການເຮັດໃຫ້ການລົງທຶນມີຄວາມສະດວກບັນລຸຜົນເປັນຈິງ.  ທ່ານຫວ່າງເວີນປິ່ນກ່າວເນັ້ນວ່າ: ຈີນຈະສຸມໃສ່ການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງໃຫ້ກວ້າງກວ່າກົ່າຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງປະຕິບັດມາດຕະຖານທີ່ໃຫ້ວິສາຫະກິດການລົງທຶນຂອງຕ່າງປະເທດຊົມໃຊ້ນະໂຍບາຍເທົ່າທຽມກັບພົນລະເມືອງຈີນ, ສະໜອງສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ເປີດປະຕູ, ໂປ່ງໃສ ແລະບໍ່ມີການຈຳແນກໃຫ້ແກ່ການລົງທຶນ ແລະການພັດທະນາຂອງວິສາຫະກິດບັນດາປະເທດ._fororder_开放

    ປັດ​ຈຸ​ບັນ, ​ມີ 112 ປະ​ເທດ ແລະ​ເຂດ​ແຄວ້ນສະ​ມາ​ຊິກ​​ອົງ​ການ​ການ​ຄ້າ​ໂລກ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ທີ່​ເຮັດ​ໃຫ້​ການ​ລົງ​ທຶນ​ມີ​ຄວາມ​ສະ​ດວກ, ໂດຍ​​ໄດ້​ປະ​ກາດ​ວ່າ​ຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​​ສົນ​ທິ​ສັນ​ຍາ​ຫລາຍ​ຝ່າຍ​ວ່າ​ດ້ວຍ​ການ​ເຮັດ​ໃຫ້​ການ​ລົ​ງ​ທຶນ​ມີ​ຄວາມ​ສະ​ດວກ​ບັນ​ລຸ​ຜົນ​ເປັນ​ຈິງ​ກ່ອ​ນ​ທ້າຍ​ປີ 2022.

    ສຳ​ລັ​ບ​ເລື່ອງ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ທັນ​ວາ​ນີ້​ວ່າ: ວັນ​ທີ 10 ທັນ​ວາ​ນີ້, ມີ 112 ປະ​ເທດ ແລະ​ເຂດ​ແຄວ້ນສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ ເຊັ່ນ: ຈີນ, ສະ​ຫະ​ພາບ​ເອີ​ຣົບ, ຣັດ​ເຊຍ, ຍີ່​ປຸ່ນ, ຈີ​ເລ, ​ບຼາ​ຊີນ, ນີ​ເຊ​ລີ​ ແລະ​ປະ​ເທດ​ອື່ນໆ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ “ຖະ​ແຫລງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ເຮັດ​ໃຫ້​ການ​ລົງ​ທຶນ​ມີ​ຄວາມ​ສະ​ດວກ”.  ປັດ​ຈຸ​ບັນ, ຝ່າຍ​ທີ່​ມີ​ສ່ວນ​ຮ່ວມ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ະ​ພາບ​ກັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຂອບ​ສົນ​ທິ​ສັນ​ຍາ ແລະ​ກະ​ຕິ​ກາ​ຕົ້ນ​ຕໍ. ຝ່າຍ​ຕ່າງໆ​ຈະ​ຖືເອົາ​ເອ​ກະ​ສານ​ເຈ​ລະ​ຈາ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ເປັນ​ພື້ນ​ຖານ​ເພື່ອ​ຊຸ​ກ​ຍູ້​ການ​ເຈ​ລະ​ຈາ, ​ຕາມເປົ້າ​ໝາຍ​ແມ່ນ​ຈະ​ໃຫ້​ການ​ເຈ​ລະ​ຈາ​​ກ່ຽວ​ກັບເນື້ອ​ໃນ​ຂອງ​ສົນ​ທິ​ສັນ​ຍາ​​ສຳ​ເລັດກ່ອນ​ທ້າຍ​ປີ 2022, ຊຸກ​ຍູ້​ໃຫ້​ສົນ​ທິ​ສັນ​ຍາ​ຫລາຍ​ຝ່າຍ​ວ່າ​ດ້ວຍ​ການ​ເຮັດ​ໃຫ້​ການ​ລົງ​ທຶນ​ມີ​ຄວາມ​ສະ​ດວກ​ບັ​ນ​ລຸ​ຜົນ​ເປັນ​ຈິງ.

    ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ສຸມ​ໃສ່​ການເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ກວ້າງ​ກວ່າ​ກົ່າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈັດ​ຕັ້ງ​ປະ​ຕິ​ບັດ​​ມາດ​ຕະ​ຖານ​ທີ່ໃຫ້​ວິ​ສາ​ຫະ​ກິດ​ການ​ລົງ​ທຶນ​ຂອງ​​ຕ່າງ​ປະ​ເທດ​ຊົມ​ໃຊ້​ນະ​ໂຍ​ບາຍເທົ່າ​ທຽມ​ກັບ​ພົນ​ລະ​ເມືອງ​ຈີນ, ສະ​ໜອງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປີດປະ​ຕູ, ໂປ່ງ​ໃສ ແລະ​ບໍ່​ມີ​ການ​ຈຳ​ແນກ​ໃຫ້​ແກ່​ການ​ລົງ​ທຶນ ແລະ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ.

ຄຳ​ເຫັນ

0