吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຖືກ​ບົ່ງມະຕິຕິດ​ເຊື້ອ​​ໂອ​ມິຄຣອນທີ່​ປາກົດ​ເຫັນຢູ່​ໄທ​ມີ 8 ກໍລະນີ​ແລ້ວ

2021-12-14 12:22:24 CRI

ຜູ້​ຖືກ​ບົ່ງມະຕິຕິດ​ເຊື້ອ​​ໂອ​ມິຄຣອນທີ່​ປາກົດ​ເຫັນຢູ່​ໄທ​ມີ 8 ກໍລະນີ​ແລ້ວ_fororder_20211213160443815


     ວັນ​ທີ 13 ທັນວາ​ນີ້, ​ເຈົ້າ​ໜ້າ​ທີ່​ກະຊວງ​ສາທາລະນະ​ສຸ​ກ​ໄທ​​​ໄດ້​ໃຫ້​ຮູ້​ວ່າ, ມາ​ຮອດ​ປັດຈຸບັນນີ້, ​ຢູ່​ປະ​ເທດໄທ​ໄດ້​ປາກົດ​ເຫັນຜູ້​ຖືກ​ບົ່ງມະຕິ​ຕິດເຊື້ອ​ໂອ​ມິຄຣອນທີ່​ເດີນທາງມາ​ຈາກ​ຕ່າງປະ​ເທດ 8 ກໍລະນີ​ແລ້ວ, ມີອີກ 11 ກໍລະນີ​​ແມ່ນຖືກ​ສົງ​ໄສ ​​ແຕ່​ຍັງ​ບໍ່​ທັນ​ໄດ້​ບົ່ງມະຕິ​ເທື່ອ. ​ແຕ່​ຍັງ​ບໍ່​ມີ​ກໍລະນີ​ທີ່​ຕິດ​ເຊື້ອ​ຢູ່​​ໄທ​ເທື່ອ.


    ​ເຈົ້າ​ໜ້າ​ທີ່ທ່ານ​ນີ້​ກ່າວ​ວ່າ, ລະບົບ​ກວດ​ຫາ​ໄວຣັດສຳລັບ​ບຸກຄົນ​ທີ່​ເດີນທາງເຂົ້າປະ​ເທດ​ໄທ​​ໃນ​ປັດຈຸບັນ​ຍັງສາມາດ​ຄວບ​ຄຸມ​ບໍ່​ໃຫ້​ເຊື້ອ​ໂອ​ມິຄຣອນບໍ່​ແຜ່​ລະບາດ​ຢູ່​ໄທ​ໄດ້. ອີງ​ຕາມ​ການ​ລາຍ​ງານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ມາຮອດ​ປັດຈຸບັນນີ້, ​ໃນ​ຈຳນວນຜູ້​ຖືກ​ບົ່ງມະຕິຕິດ​ເຊື້ອ​ໂອ​ມິຄຣອນ 3.000 ກວ່າກໍລະນີ​ ຍັງ​ບໍ່​ທັນມີ​ຜູ້​ເສຍ​ຊີວິດ​ເທື່ອ ​ແລະ ກໍ່​ບໍ່​ມີ​ບົດລາຍ​ງານ​ກ່ຽວ​ກັບ​ການ​ກາຍພັນ​ໃໝ່ຂອງ​ເຊື້ອ​ດັ່ງກ່າວ ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ຍັງ​ກ່າວ​ອີກ​ວ່າ:​​ບໍ່​ວ່າ​ຈະປ້ອງ​ກັນ​​ແນວ​ໃດ, ກໍ່​ອາດ​ຈະ​ເກີດ​ກໍລະນີ​ທີ່​ຕິດ​ເຊື້ອນີ້​ຢູ່​ໄທ​ໃນ​ທີ່​ສຸດ, ສະ​ນັ້ນ ຕ້ອງ​ເລັ່ງ​ແຜນປະຕິບັດ​ງານ​ສັກ​ວັກ​ຊິນ​ໃນ​ປັດຈຸບັນ.

ຄຳ​ເຫັນ

0