郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອປະ​ຕິ​ບັດກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ

2021-12-14 10:22:41 cri

​​​   ວັນ​ທີ 13 ທັນ​ວານີ້,ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ແລ່ນ​ກັບ​ຄືນ​ຮອດ​ທ່າ​​ເຮືອ​ຈິງ​ຮ່າ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຢ່າງ​ສຳ​ເລັດ​ຜົນ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການປະ​ຕິ​ບັດກົດ​ໝາຍ​ແລະ​​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ນີ້ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ.

   ​ໃນການ​ເຄື່ອນ​ໄຫວ​ເທື່ອນີ້, 4ປະ​ເທດ​ດັ່ງ​ກ່າວ​ໄດ້​ໃຊ້​ວິ​ທີ​ການ​ລາດ​ຕະ​ເວນ​ຕະ​ຫຼອດ​ສາຍ​ນ້ຳ​ແລະ​​ລາດ​ຕະ​ເວນ​ເປັນແຕ່​ລະ​ໄລ​ຍະ​ໃນ​ການປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ​ຈາກ​ທ່າເຮືອ​​ຈິງ​ຮ່າປະ​ເທດຈີນ ຈົນ​ຮອດ​ເຂດ​ສາມ​ຫຼ່ຽມ​ຄຳ​ທີ່​ຢູ່​ເຂດ​ຊາຍ​ແດນ​ລາວ ມຽນ​ມາ​ແລະ​ໄທ, 4ປະ​ເທດໄດ້​ສົ່ງ​ເຮືອ​ປະ​ຕິ​ບັດ​ກົດ​ໝາຍ6ລຳ ມີ107ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເທື່ອນີ້,​ມີໄລ​ຍະ​ທາງ​ທັງ​ໝົດ 600 ກວ່າກິ​ໂລ​ແມັດ. ໃນ​ການ​ເຄື່ອນ​ໄຫວ​ເທື່ອນີ້,4​ປະ​ເທດໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ເຄັ່ງ​ຄັດ​ສຳ​ລັບ​ບຸກ​ຄົນ​ແລະ​ເຮືອ​​ດ້ວຍ​ການ​ກັກ​ບໍ​ລິ​ເວນ​ແລະ​​ສີດ​ຢາ​ຂ້າ​ເຊື້ອ​ພະ​ຍາດ​ຕາມ​ເວ​ລາ​ກຳ​ນົດ ແລະ​ອື່ນໆ.

ເຮືອປະ​ຕິ​ບັດກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ_fororder_8890700

ເຮືອປະ​ຕິ​ບັດກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ_fororder_447780894

ເຮືອປະ​ຕິ​ບັດກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ_fororder_919692658

 

ຄຳ​ເຫັນ

0