吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ແດງ​ຄວາມເຫັນ​ອົກ​ເຫັນ​ໃຈ ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​​ເຖິງ​ຫລາຍ​ລັດ​ຂອງ​ອາ​ເມ​ຣິ​ກາ​ທີ່​ປະ​ສົບ​ໄພ​ພິ​ບັດ​ຈາກ​ລົມ​ພາ​ຍຸ​ໂທ​ນາ​ໂດ

2021-12-14 15:10:59 cri

图片默认标题_fororder_美国

    ຕອນ​ຄ່ຳ​ຂອງວັນ​ທີ 10 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ລັດ​ເຄັນ​ຕັກ​ກີ, ອີ​ລີນອຍສ, ເທັນ​ເນ​ສ​ຊີ​ເປັນ​ຕົ້ນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​​ກັບລົມ​ພາ​ຍຸໂທ​ນາ​ໂດ, ມາ​ຮອດ​ປັດ​ຈຸ​ບັນ, ໄດ້​ມີ​ຜູ້​ເສຍ​ຊີ​ວິດ 100 ກວ່​າ​ຄົນ​ ແລະ​​ເຮັດ​ໃຫ້ເສດ​ຖະ​ກິດ​ໄດ້​ຮັບ​ຄວາມ​ເສຍ​ຫາຍຈຳ​ນວນ​ຫລວງ​ຫລາຍ. ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ​ລັດ​ເຄັນ​ຕັກ​ກີ​ໄດ້​ເຂົ້າ​ສູ່​ພາ​ວະ​ສຸກ​ເສີນ​ແລ້ວ.

    ສຳ​ລັ​ບ​ເລື່ອງ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 13 ທັນ​ວາ​ນີ້​ວ່າ: ​ປະ​ເທດຈີນ​ໄດ້​ສະ​ແດງ​ຄວາ​​ມ​ເຫັນ​ອົກ​ເຫັນ​ໃຈ ແລະ​ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ 6 ລັດ​ທີ່​ຢູ່​ພາກ​ກາງ​ຂອງ​ອາ​ເມ​ຣິ​ກາ, ເຊັ່ນ: ລັດ​ເຄັນ​ຕັກ​ກີ, ອີ​ລີ​ນອຍ​ສ, ເທັນ​​ເນ​ສ​ຊີ​ ແລະ​ລັດ​ອື່ນໆທີ່​​ໄດ້ປະ​ສົບ​ໄພ​ພິ​ບັດ​ຈາກ​ລົມ​ພາ​ຍຸ​​ໂທ​ນາ​ໂດໃນ​ຫວ່າງ​ມໍ່ໆ​ມາ​ນີ້, ເຊິ່ງ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​​ເສຍ​ຊີ​ວິດ ແລະ​​ບາດ​ເຈັບ, ທັງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບເສດ​ຖະ​ກິດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຫວັງ​ວ່າ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ໄດ້​ຮັບ​ບາດ​ເຈັບ​ຈະ​ສາ​ມາດ​ຟື້ນ​ຟູ​ສຸ​ຂະ​ພາບ​​ໃຫ້​ຫາຍໂດຍ​ໄວ ແລະປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ປະ​ສົບ​ໄພ​​ກໍ​ຈະສາ​ມາດ​ຟື້ນ​ຟູ​ການ​ສ້າງ​ສາ​ຄືນ​ໃໝ່​​ໄດ້ໂດຍ​ໄວ.

ຄຳ​ເຫັນ

0