吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ສະໜອງວັກຊິນໂຄວິດ-19 ຫຼາຍກວ່າ 180 ລ້ານຫຼອດໃຫ້ແກ່ 53 ປະເທດອາຟຼິກາ ແລະ ຄະນະກຳມະການສະຫະພາບອາຟຼິກາ

2021-12-15 10:18:24 CRI

ຈີນໄດ້ສະໜອງວັກຊິນໂຄວິດ-19 ຫຼາຍກວ່າ 180 ລ້ານຫຼອດໃຫ້ແກ່ 53 ປະເທດອາຟຼິກາ ແລະ ຄະນະກຳມະການສະຫະພາບອາຟຼິກາ_fororder_1128162724_16394711933751n


   ຫວ່າງມໍ່ໆມານີ້, ຄຽງຄູ່ກັບວັກຊິນໂຄວິດ-19 ຈຳນວນ 1 ລ້ານຫຼອດໄດ້ຂົນສົ່ງໄປຮອດປະເທດໂມຊຳບິກຢ່າງສຳເລັດຜົນແລ້ວ, ມາເຖິງປັດຈຸບັນ ຈີນໄດ້ສະໜອງວັກຊິນໂຄວິດ-19 ຫຼາຍກວ່າ 180 ລ້ານຫຼອດໃຫ້ແກ່ 53 ປະເທດອາຟຼິກາ ແລະ ຄະນະກຳມະການສະຫະພາບອາຟຼິກາແລ້ວ.


    ອາຟຼິກາເປັນພາກພື້ນໜຶ່ງທີ່ພະຍາດໂຄວິດ-19ແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນໂລກ, ປັດຈຸບັນ ອັດຕາສັກວັກຊິນຢູ່ທະວີບອາຟຼິກາຍັງບໍ່ຮອດ 6% ເຊິ່ງເປັນເຂດທີ່ອ່ອນແອໃນການຕ້ານກັບພະຍາດໂຄວິດ-19 ໃນໂລກ. ຫວ່າງມໍ່ໆມານີ້ເຊື້ອໂອມິິຄຣອນໄດ້ແຜ່ລະບາດຢ່າງວ່ອງໄວຈິ່ງໄດ້ສະແດງໃຫ້ເຖິງຜົນຮ້າຍຂອງການແບ່ງປັນວັກຊິນທີ່ບໍ່ຍຸດຕິທຳ.


     ໃນໄລຍະກອງປະຊຸມລະດັບລັດຖະມົນຕີຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຼິກາຄັ້ງທີ 8 ທີ່ຈັດຂຶ້ນຫວ່າງກ່ອນນີ້ບໍ່ດົນ, ຈີນໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜອງວັກຊິນອີກ 1 ຕື້ຫຼອດໃຫ້ແກ່ອາຟຼິກາ, ໃນນັ້ນ ມີ 600 ລ້ານຫຼອດເປັນການຊ່ວຍເຫຼືອລ້າ. ນັບແຕ່ກອງປະຊຸມດັ່ງກ່າວອັດລົງເປັນຕົ້ນມາ, ຈີນໄດ້ ຫຼື ພວມຂົນສົ່ງວັກຊິນງວດໃໝ່ໃຫ້ແກ່ບັນດາປະເທດອາຟຼິກາ ເຊັ່ນ: ຈີບູຕີ ໂຊມາລີ ກາເມຣູນ ກຳບີ ອູກັນດາ  ແລະ ນີເຊເປັນຕົ້ນ.

ຄຳ​ເຫັນ

0