郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ສູງ​ອາ​ເມ​ຣິ​ກາ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຍັດ​ຕິ​ວ່າ​ດ້ວຍ​ເພ​ດານ​ພັນ​ທະ​ບັດ

2021-12-15 16:55:47 cri

   ວັນ​ທີ14ທັນ​ວານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ກ່ອນ​ຈະ​ຮອດ​ວັນ​ກຳ​ນົດ​​ຂອງ​ເພ​ດານພັນ​ທະ​ບັດ, ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ຮັ​ບ​ຮອງ​ເອົາ​ຍັດ​ຕິ​ສະ​ບັບ​ໜຶ່ງ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ50ແລະຄັດ​ຄ້ານ 49ສຽງ. ຍັດ​ຕິ​ສະ​ບັບ​ນີ້​ໄດ້​ຍົກ​ສູງ​ເພ​ດານພັນ​ທະ​ບັດຂຶ້ນ​ເປັນ2500​ຕື້​ໂດ​ລາ​ສະ​ຫະ​ລັດ,ແລະ​ຈະ​ແກ່​ຍາວເວ​ລາ​ໄປຈົນ​ຮອດ​ປີ2023,ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ລະ​ເມີດ​ສັນ​ຍາພັນ​ທະ​ບັດ. ຍັດ​ຕິ​ດັ່ງ​ກ່າວ​ຈະສົ່ງ​ໃຫ້​ສະ​ພາ​ຕ່ຳ​ລົງ​ຄະ​ແນນ​ສຽງ​ອີກ​ຕໍ່ໄປ.

  ກ່ອນ​ໜ້ານີ້,ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ໄດ້​​ຮັບ​ຮອງ​ເອົາ​ຍັດ​ຕິ​ວ່າ​ດ້ວຍ​ສັນ​ຍາ​ສະ​ບັບ​ໜຶ່ງ,ເພື່ອ​ອະ​ນຸ​ຍາດ​ໃຫ້​ສະ​ພາ​ສູງລົງ​ຄະ​ແນນ​ສຽງ​,ຖ້າ​ມີຄະ​ແນນ​ສຽງ​​ເຫັນ​ດີ​ຫຼາຍກວ່າ​ໜ້ອຍ​ໜຶ່ງ​ກໍ່​ສາ​ມາດ​ຍົກ​ສູງ​ເພ​ດານ​ພັນ​ທະ​ບັດໄດ້. ອີງ​ຕາມບາງ​ມາດ​ຕາ​ຂອງ​ຍັດ​ຕິ​ດັ່ງ​ກ່າວ,ພັກ​ປະ​ຊາ​ທິ​ປະ​ໄຕ​ຈະ​ຮັບ​ສິດ​​ພິ​ຈາ​ລະ​ນາອະ​ນຸ​​ມັດ​ໂດຍ​ໄວໃນ​ຄັ້ງ​ດຽວ ເພື່ອຍົກ​ສູງ​ເພ​ດານພັນ​ທະ​ບັດຂອງ​ອາ​ເມ​ຣິ​ກາ​ໃຫ້​ໄດ້​ໄວ​ກວ່າ​ເກົ່າ, ສຳ​ລັບ​ຈຳ​ນວນພັນ​ທະ​ບັດ​ທີ່​ເພີ່ມ​ຕື່ມ​ອາດ​ຈະ​ສາ​ມາດໃຊ້​ຈ່າຍ​ດອກ​ເບ້ຍ​ໃນ​ປີ2022.

ສະ​ພາ​ສູງ​ອາ​ເມ​ຣິ​ກາ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຍັດ​ຕິ​ວ່າ​ດ້ວຍ​ເພ​ດານ​ພັນ​ທະ​ບັດ_fororder_2096382159

 

ຄຳ​ເຫັນ

0