吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ອັດ​ຕາ​ສັກ​ວັກ​ຊີນ​ໂຄວິດ-19​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມີ​ຄວາມ​ແຕກ​ໂຕນ​ກັນ​ຫລາຍ

2021-12-15 17:25:10 cri

图片默认标题_fororder_世卫组织

    ວັນ​ທີ 14 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນ​າ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19. ທ່ານ​ເຕ​ໂດຼ​ສ ເກ​ເບຼ​ເຢ​ຊູ​ສ  ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ​ຈຳ​ນວນ​ວັກ​ຊີນ​ໂ​ຄວິດ-19ທີ່ ແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19ໄດ້ຂົນ​ສົ່ງ​ໄປ​ໃຫ້​ຫລາຍ​ປະ​ເທດ​ໃນ 10 ອາ​ທິດ​ທີ່​ຜ່ານ​ມາ​ແມ່ນ​ຫລາຍກວ່າ​ຈຳ​ນວນວັກ​ຊີນ​ທັງ​ໝົດ​​ຂອງ 9 ເດືອນ​ຂອງ​ປີ​ນີ້, ແຕ່​ມີ​ປະ​ເທດ​ສ່ວນ​ໜຶ່ງ​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​​ໃນດ້ານ​ການ​ສັກ​ວັກ​ຊີນ, ອົງ​ການ​ອະ​ນາ​ໄມ​ໂລກ ແລະ​ຄູ່​ຮ່ວມ​ມື​ພວມ​ຮ່ວມ​ມື​ກັບ​ປະ​ເທດ​ເຫລົ່າ​ນີ້​ຢ່າງ​ໃກ້​ຊິດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ.

    ທ່ານ​ເຕ​ໂດຼ​ສ ເກ​ເບຼ​ເຢ​ຊູ​ສ​ກ່າ​ວ​ເນັ້ນ​ວ່າ: ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມີ​ຄວາມ​ແຕກ​ໂຕນ​ກັນ​ຫລາຍຢູ່, ມີ 41 ປະ​ເທດ​ຍັງ​ບໍ່​ສາ​ມາດ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ຕົນ​ໄດ້​ເຖິງ 10% ແລະ​ມີ 98 ປະ​ເທດຍັງ​ບໍ່​ທັນ​​ສາ​ມາດ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ປ​ະ​ເທດ​ຕົນ​ໄດ້ 40%. ທ່ານ​ເຕ​ໂດຼ​ສ ເກ​ເບຼ​ເຢ​ຊູ​ສ​ຮຽກ​ຮ້ອງ​ໃຫ້ສະ​ພາບ​ການ​ທີ່​ບໍ່​ສະ​ເໝີ​ພາບ​ສິ້ນ​ສຸດ​ລົງ​, ຖ້າ​ບໍ່​ດັ່ງ​ນັ້ນ, ພະ​ຍາດ​ໂຄວິດ-19ຈະ​ສືບ​ຕໍ່​ແຜ່​ລະ​ບາດອີກ.

ຄຳ​ເຫັນ

0