吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະສິ່ງກະໂປຈັດການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປໃຫ້ໄດ້ຮັບຄວາມຄືບໜ້າ

2021-12-16 12:07:50 CRI

ຈີນແລະສິ່ງກະຟປຈັດການເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປໃຫ້ໄດ້ຮັບຄວາມຄືບໜ້າ_fororder_中新关系


   ວັນທີ 14 ທັນວານີ້,ຜູ້ຕາງໜ້າທີ່ີສຳຄັນຂອງຈີນ ແລະ ສິງກະໂປໄດ້ຈັດກອງປະຊຸມເຈລະຈາຄັ້ງທີ 3 ເພື່ອຍົກລະດັບສັນຍາການຄ້າເສລີຈີນ-ສິງກະໂປຜ່ານທາງວິທີໂອ. ສອງຝ່າຍໄດ້ທົບທວນຄືນການເຈລະຈາ 3 ຮອບທີ່ໄດ້ຈັດຂຶ້ນໃນປີນີ້ຢ່າງຮອບດ້ານ, ໄດ້ຕີລາຄາສູງຕໍ່ກັບຜົນຂອງການເຈລະຈາກ່ຽວກັບເນື້ອໃນສັນຍາ ແລະ ການອະນຸຍາດເຂົ້າເຖິງຕະຫຼາດ ທັງໄດ້ມີີຂໍ້ສະເໜີເພື່ອເລັ່ງການຊຸກຍູ້ການເຈລະຈາໃນຕໍ່ໜ້າ.ສອງຝ່າຍໄດ້ເຫັນດໃໃຫ້ສືບຕໍ່ເຈລະຈາ,ຕັ້ງໜ້າຊຸກຍູ້ການປຶກສາຫາລືກ່ຽວກັບເນື້ອໃນສັນຍາ, ລົງເລິກການປຶກສາຫາລືກ່ຽວກັບການຄ້າບໍລິການ ແລະ ການອະນຸຍາດໃຫ້ເຂົ້າເຖິງຕະຫຼາດການລົງທຶນ, ເລັ່ງໃຫ້ການເຈລະຈາສຳເລັດໂດຍໄວ, ເຮັດໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດໄດ້ຮັບຜົນປະໂຫຍດໂດຍໄວ.


     ອະນຸສັນຍາວ່າດ້ວຍການຍົກລະດັບຂອງສັນຍາການຄ້າເສລີຈີນ-ສິງກະໂປໄດ້ເລີ່ມປະຕິບັດມາແຕ່ເດືອນຕຸລາປີ 2019. ອີງຕາມອະນຸສັນຍາສະບັບນີ້, ສອງຝ່າຍໄດ້ເຫັນດີໃຫ້ຈັດການເຈລະຈາເພື່ອຍົກລະດັບໃນເດືອນທັນວາປີ 2020.

ຄຳ​ເຫັນ

0