郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກການ​ພື້ນ​ຖານ​ຂອງການ​ພົວ​ພັນ​ສາ​ກົນ,ຢຸດທຳ​ລາ​ຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນລະ​ພາບໃນ​ທະ​ເລ​ຈີນ​ໃຕ້

2021-12-16 16:44:36 cri

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກການ​ພື້ນ​ຖານ​ຂອງການ​ພົວ​ພັນ​ສາ​ກົນ,ຢຸດທຳ​ລາ​ຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນລະ​ພາບໃນ​ທະ​ເລ​ຈີນ​ໃຕ້_fororder_1596588721

​​​   ວັນ​ທີ 15 ທັນ​ວານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຂ່າວປະ​ຈຳ,ມີ​ນັກ​ຂ່າວ​ຖາມ​ວ່າ: ໃນ​ວັນ​ທີ14ທັນ​ວາ,ທ່ານອັນ​ໂຕ​ນີ ບ​ຣີນ​ເຄັນ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​​ເຖິງ​ປະ​ເທດ​ຈີນໃມ​ນ​ທາງ​ບໍ່​ດີ​,ຝ່າຍ​ຈີນມີ​ຄວາມ​ເຫັນ​ແນວ​ໃດ​ກ່ຽວ​ກັບ​ເລື່ອງນີ້?

ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ: ອາ​ເມ​ຣິ​ກາ​ມັກກໍ່​ເລື່ອງ​ໂດຍ​ໃຊ້ “ສັນ​ຍາ​ວ່າ​ດ້ວຍ​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”ແລະ​ຄຳ​ຕັດ​ສິນ​ຂອງ​ສານ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ເປັນ​ຂໍ້​ອ້າງ ​ມັດ​ເວົ້າ​ເຖິງ​“ລະ​ບຽບ​ຕາມ​ກະ​ຕິ​ກາ”ເລື້ອຍໆ,ຖ້າ​ເປັນ​ແນວນີ້ ພວກ​ຂ້າ​ພະ​ເຈົ້າ​ຈະ​ເຊີນ​ໃຫ້​ອາ​ເມ​ຣິ​ກາ​ເຂົ້າ​ຮ່ວມ“ສັນ​ຍາ​ວ່າ​ດ້ວຍ​ກົດ​ໝາຍ​ທາງ​​ທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”ກ່ອນ. ຄຳ​ຕັດ​ສິນ​ຂອງ​ສານ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ໄດ້​ລະ​ເມີດ​ຫຼັກ​ການ​ເຫັນ​ດີ​ຈາກ​ປະ​ເທດທີ່​ກ່ຽວ​ຂ້ອງ​ຢ່າງ​ໜັກ​ໜ່ວງ,ອັນ​ທີ່​ວ່າ​​ຄຳ​ຕັດ​ສິນ​ດັ່ງ​ກ່າວນີ້​ກໍ່​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຢ່າງ​ໜັກ​ໜ່ວງ ເຊິ່ງ​ລວມ​ທັງ “ສັນ​ຍາ​ວ່າ​ດ້ວຍ​ກົດ​ໝາຍ​ທາງ​ທະ​ເລຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”,ເປັນ​ການ​ຜິດ​ກົດ​ໝາຍ​ແລະ​ບໍ່​ມີ​ຜົນ​ສັກ​ສິດ.

ຝ່າຍ​ອາ​ເມ​ຣິ​ກາ​ຄວນ​ເຄົາ​ລົບ​ຄວາມ​ເປັນ​ຈິງ, ​​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກການ​ພື້ນ​ຖານ​ຂອງການ​ພົວ​ພັນ​ສາ​ກົນ,ຢຸດ​ທຳ​ລາ​ຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນລະ​ພາບ​ໃນ​ທະ​ເລ​ຈີນ​ໃຕ້,ຢຸດ​​ທຳ​ລາຍ​ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນພາກ​ພື້ນ.

ຄຳ​ເຫັນ

0