郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາມ​ພາກ​ສ່ວນ​ຂອງ​ສິງ​ກະ​ໂປ​ອອກ​ຖະ​ແຫຼງ​ການ​ຮ່ວມ​ເພື່ອ​ປະ​ກາດ​ມາດ​ຕະ​ການ​ຫຼຸດ​ຄວາມ​ຕ້ອງ​ການ​ດ້ານ​ເຄ​ຫະ​ແລະ​ທີ່​ດິນ

2021-12-16 16:52:36 cri

ສາມ​ພາກ​ສ່ວນ​ຂອງ​ສິງ​ກະ​ໂປ​ອອກ​ຖະ​ແຫຼງ​ການ​ຮ່ວມ​ເພື່ອ​ປະ​ກາດ​ມາດ​ຕະ​ການ​ຫຼຸດ​ຄວາມ​ຕ້ອງ​ການ​ດ້ານ​ເຄ​ຫະ​ແລະ​ທີ່​ດິນ_fororder_354172159

ໃນ​​ວັນ​ທີ15ທັນ​ວານີ້,ກະ​ຊວງ​ການ​ເງິນ ກະ​ຊວງ​ພັດ​ທະ​ນາ​ຊາດ ແລະ​ອົງ​ການຄຸ້ມ​ຄອງ​ການ​​ເງິນ​ຂອງ​ສິງ​ກະ​ໂປ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ລະ​ບຸ​ວ່າ: ​ເພື່ອສະ​ກັດ​ກັ້ນ​ບໍ່​ໃຫ້​ຕະ​ຫຼາດ​​ເຄ​ຫະ​ແລະ​ທີ່​ດິນ​ມີ​ຄວາມ​ຕ້ອງ​ການ​ຫຼາຍ​ເກີນ​ໄປ,ສະ​ນັ້ນ​ຈຶ່ງ​ໄດ້ປະ​ກາດ​ມາດ​ຕະ​ການ​ປັບ​ປຸງແລະຄວບ​ຄຸມຈຳ​ນວນ​ໜຶ່ງ ເພື່ອ​ຮັບ​ປະ​ກັນ​​ລາ​ຄາ​ເຮື​ອນໃຫ້ຢູ່​ໃນ​ລະ​ດັບທີ່​​ສາ​ມາດ​ຊື້​ໄດ້.

​ນັບ​ແຕ່​ວັນ​ທີ16ທັນ​ວານີ້​ເປັນ​ຕົ້ນ​ໄປ,ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້ກວມ​ເອົາ​ການ​ເພີ່ມ​ອາ​ກອນ​ສະ​ແຕມ​ສຳ​ລັບ​ຜູ້​ຊື້ ຫຼື ABSD ໃຫ້​ສູງ​ຂຶ້ນ,ຄື​ວ່າ ໃນ​ເວ​ລາ​ປະ​ຊາ​ຊົນ​ສິງ​ກະ​ໂປ​ຊື້ເຮືອ​ຫຼັງທີ​​ສອງ​ແລະ​​ທີ​ສາມ ABSD ​ທີ່ຕ້ອງ​ຈ່າຍນັ້ນ ຕ່າງ​ໄດ້ເພີ່ມ​ຂຶ້ນ5%ແລະ10%; ປະ​ຊາ​ຊົນທີ່​ຢູ່​ຖາ​ວອນ​ຕ້ອງ​ຈ່າຍເພີ່ມ​ຂຶ້ນ10%ແລະ15%; ນອກນີ້​ແລ້ວ ສຳ​ລັບຄົນ​ຕ່າງ​ປະ​ເທດ​ທີ່​ຊື້​ເຮືອນ​ຢູ່​ສິງ​ກະ​ໂປ ABSD ​ທີ່ຕ້ອງ​ຈ່າຍນັ້ນໄດ້​ເພີ່ມ​ຂຶ້ນຈາກ20%​ເປັນ30%; ສ່ວນ​ວິ​ສາ​ຫະ​ກິດ ABSD​ທີ່​ຕ້ອງ​ຈ່າຍ ໄດ້ເພີ່ມ​ຂຶ້ນຈາກ25%ເປັນ35%.

ຖະ​ແຫຼງ​ການ​ສະ​ບັບ​ນີ້​ໄດ້​ລະ​ບຸ​ຕື່ມວ່າ: ນອກ​ຈາກ​ປະ​ກາດ​ມາດ​ຕະ​ການ​ຫຼຸດ​ຄວາມ​​ຕ້ອງ​ການ​ດັ່ງ​ກ່າວ​ແລ້ວ,ລັດ​ຖະ​ບານ​ຍັງ​ຈະ​ເພີ່ມ​ການ​ສະ​ໜອງ​ເຮືອນ​ນະ​ໂຍ​ບາຍ ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມຕ້ອງ​ການ​ຂອງ​ຕະ​ຫຼາດ.

ຄຳ​ເຫັນ

0