吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຈະ​ເພີ່ມ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​​ຫລາຍ​ຄັ້ງ​ໃນ​ປີ 2022 ເພື່ອ​ຮັບ​ມື​ກັບ​ໄພ​ເງິນ​ເຟີ້

2021-12-16 14:17:13 cri

图片默认标题_fororder_美国

    ວັນ​ທີ 15 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, FED ເຊິ່ງ​ເປັນທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫລງ​ການ​ໂດຍ​ລະ​ບຸ​ວ່າ: ຈະ​ເລັ່ງຫລຸດ​ຈຳ​ນວນ​ການ​ຊື້​ພັນ​ທະ​ບັດ ແລະ​ຄາດ​ວ່າ​ຈະເພີ່ມ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ 3 ຄັ້ງ​ໃນ​ປີ 2022, ເພື່ອ​ຄວບ​ຄຸມ​​ເງິນ​ເຟີ້.

    ຕາມ​ຂ່າວ​ລາຍ​ງານ​ວ່າ: ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ, ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດເປັນ​ຄັ້ງ​ທຳ​ອິດ​ວ່າ​ຈະ​ຫລຸດ​ຈຳ​ນວນ​ກາ​ນ​ຊື້​ພັນ​ທະ​ບັດ​ໃນ​ແຕ່​ລະ​ເດືອນ, ສຳ​ລັບ​ຖະ​ແຫລງ​ການ​ທີ່​ປະ​ກາດ​ໃນ​ວັນ​ທີ 15 ທັນ​ວາ​ນີ້​​ໄດ້ລະ​ບຸ​ວ່າ: ​ຈະ​ເລັ່ງ​ຈັງ​ຫວະ​ການ​ຫລຸດ​ຈຳ​ນວນ​ກາ​ນ​ຊື້​ພັນ​ທະ​ບັດ​ດັ່ງ​ກ່າວ. ນັບ​ແຕ່​ເດືອນ​ມັງ​ກອນ​ປີ​ໜ້າ​ເປັນ​ຕົ້ນ​ໄປ, ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ຈະ​ຫ​ລຸດ​ການ​ຊື້​ພັນ​ທະ​ບັດ​ລັດ​ຖະ​ບານ​ຈຳ​ນວນ 20 ຕື້​ໂດ​ລາ.

    ໃນ​ປັດ​ຈຸ​ບັນ​, ​ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ໄດ້​ຄາ​ດ​ຄະ​ເນ​ວ່າ, ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ຂອງ​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ຈະ​ເພີ່ມ​ຂຶ້ນ​ຮອດ 0,9% ໃນ​ປີ 2022, ເຊິ່ງ​ສູງກວ່າ​ຕົວ​ເລກ​ຄາດ​ຄະ​ເນ​ໃນ​ເດືອນກັນ​ຍາ​ປີ​ນີ້​ຄື: 0,3%.

ຄຳ​ເຫັນ

0