吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປຶກສາຫາລືກ່ຽວກັບບັນຫານິວເຄຼຍອີຣານຝ່າຍຕ່າງໆຮຽກຮ້ອງໃຫ້ອາເມຣິກາຍົກເລີກການຂວ້ຳບາດຕໍ່ອີຣານ

2021-12-16 12:15:34 CRI

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດປຶກສາຫາລືກ່ຽວກັບບັນຫານິວເຄຼຍອີຣານຝ່າຍຕ່າງໆຮຽກຮ້ອງໃຫ້ອາເມຣິກາຍົກເລີກການຂວ້ຳບາດຕໍ່ອີຣານ_fororder_e1462d41a5234ad0beeadc1674e7d8db


    ວັນທີ 14 ທັນວານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດການປຶກສາຫາລືກ່ຽວກັບສັນຍາຮອບດ້ານວ່າດ້ວຍບັນຫານິວເຄຼຍອີຣານ.ຝ່າຍຕ່າງໆໄດ້ຮຽກຮ້ອງໃຫ້ອາເມຣິກາຈົ່ງຍົກເລີກການຂວ້ຳບາດອີຣານໂດຍໄວ.


    ທ່ານນາງໂຣເຊມາຣີ ດີກາໂລ ຮອງຫົວຫນ້າຫ້ອງການພະແນກວຽກງານການເມືອງ ແລະ ການສ້າງສັນຕິພາບຂອງອົງການສະຫະປະຊາຊາດກ່າວວ່າ,ສັນຍາກ່ຽວກັບບັນຫານິວເຄຼຍອີຣານເປັນຜົນງານທາງການທູດຍ້ອນຄວາມພະຍາຍາມອັນໃຫຍ່ຫຼວງຂອງຫຼາຍຝ່າຍ,ອາເມຣິກາຄວນຍົກເລີກການຂວ້ຳບາດທີ່ກ່ຽວຂ້ອງກັບອີຣານ. ພ້ອມກັນນັ້ນ ນາງຍັງຮຽກຮ້ອງໃຫ້ອີຣານກັບຄືນສູ່ການປະຕິີບັດສັນຍາດ່ັງກ່າວ.  

   

    ທ່ານເກີງສວງຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ກ່ອນອື່ນ ອາເມຣິກາຄວນຍົກເລີກການຂວ້ຳບາດອີຣານ ແລະ ຝ່າຍທີ 3 ຜິດກົດໝາຍ ອີຣານຄວນຟື້ນຟູການປະຕິບັດສັນຍາຢ່າງຮອບດ້ານບົນພື້ນຖານດັ່ງກ່າວ.

ຄຳ​ເຫັນ

0