吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຟຼິກາ​ໃຕ້​ອອກ​ຖະ​ແຫຼ​ງການ​ຢ່າງ​​ເປັນ​ທາງ​ການ​​ເພື່ອ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022

2021-12-17 11:10:41 CRI

ອາ​ຟຼິກາ​ໃຕ້​ອອກ​ຖະ​ແຫຼ​ງການ​ຢ່າງ​​ເປັນ​ທາງ​ການ​​ເພື່ອ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022_fororder_南非


    ຫວ່າງ​ມໍ່ໆ​ມາ​ນີ້,​ ສະຫະພັນ​ກິລາ ກໍ່​ຄືຄະນະ​ກຳມະການ​ໂອ​ລິ​ມປິກ​ອາ​ຟຼິກາ​ໃຕ້ ຫຼື SASCOC ​ໄດ້ອອກ​ຖະ​ແຫຼ​ງການ​​​ເພື່ອ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022 ຢ່າງ​ເປັນ​ທາງ​ການ.


     ​ໃນຖະ​ແຫຼ​ງການ​ຊີ້​ອອກ​ວ່າ,​​ໂດຍ​ແນ​​ໃສ່​ສະພາບການ​ທີ່ມີ​ບາງ​ປະ​ເທດ​ຈະ​ບໍ່​ສົ່ງ​ເຈົ້າ​ໜ້າ​ທີ່​ລັດຖະບານເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022 ນັ້ນ, ສະຫະພັນ​ກິລາ ກໍ່​ຄືຄະນະ​ກຳມະການ​ໂອ​ລິ​ມປິກ​ອາ​ຟຼິກາ​ໃຕ້​ໄດ້ສະໜັບສະໜູນ​ຫຼັກໝັ້ນຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ຫຼື IOC ທີ່​ໄດ້ອອກ​ຖະ​ແຫຼ​ງການ​ນັ້ນ ກໍ່​ຄື: ງານ​ກິລາ​ໂອ​ລິ​ມປິກ ​ແລະ ນັກ​ກິລາຄວາມ​ຮັກສາ​ຄວາມ​ເປັນກາງ​ທາງ​ດ້ານ​ການ​ເມືອງ.


    ຖະ​ແຫຼ​ງການ​ລະບຸ​ວ່າ,​ ການກະກຽມ​ເພື່ອ​ສົ່ງ​ນັກ​ກິລາ​ອາ​ຟຼິກາ​ໃຕ້​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ 2022 ​ເປັນ​ວຽກ​ຈຸດ​ສຸມ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ປະ​ເທດ​ຕົນ.

 

ຄຳ​ເຫັນ

0