吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປຊລາຍ​ງານ​ວ່າ:ປະຊາກອນຜູ້​ອຶດຫິວ​ພາກ​ພື້ນ​ອາຊີ-​ປາຊິ​ຟິກ​ໄດ້​ເພີ່ມຂຶ້ນ 54 ລ້ານ​ຄົນ​ໃນ​ປີ​ກາຍ​ນີ້ຍ້ອນ​ສະພາບ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ​-19

2021-12-17 11:07:24 CRI

ສປຊລາຍ​ງານ​ວ່າ:ປະຊາກອນຜູ້​ອຶດຫິວ​ພາກ​ພື້ນ​ອາຊີ-​ປາຊິ​ຟິກ​ໄດ້​ເພີ່ມຂຶ້ນ 54 ລ້ານ​ຄົນ​ໃນ​ປີ​ກາຍ​ນີ້ຍ້ອນ​ສະພາບ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ​-19_fororder_饥民


    ວັນ​ທີ 15 ທັນວາ​ນີ້, ອົງການອາຫານ ​ແລະ ການກະ​ເສດອົງການ​ສະຫະ​ປະຊາ​ຊາດ ຫຼື FAO ​ແລະ ກອງ​ທຶນ​ເພື່ອ​ເດັກນ້ອຍ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ບົດ​ລາຍ​ງານຮ່ວມ​ກັນສະບັບ​ໜຶ່ງ​ໂດຍ​ຊີ້ໃຫ້​ເຫັນ​ວ່າ, ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19, ຄວາມໝັ້ນຄົງ​ດ້ານ​ອາຫານ ​ແລະ ສະພາບ​ທາດ​ບຳລຸງຢູ່​ພາກ​ພື້ນ​ອາຊີ-​ປາຊິ​ຟິກ​ກໍ່ນັບມື້​ນັບ​ຮ້າຍ​ແຮງຂຶ້ນ, ​ໃນ​ປີ 2020 ມີ​ຫຼາຍ​ກວ່າ 375 ລ້ານ​ຄົນ​ຜະ​ເຊີນກັບ​ຄວາມອຶດ​ຫິວ ​ເຊິ່ງ​ໄດ້​ເພີ່ມ​ຂຶ້ນເກືອບ 54 ລ້ານ​ຄົນ​ເມື່ອ​ທຽບ​​ໃສ່​ປີ 2019.


    “ບົດ​ລາຍ​ງານ​ກ່ຽວ​ກັບສະພາບຄວາມ​ໝັ້ນຄົງ​ດ້ານອາຫານ ​ແລະ ສະພາບ​ທາດ​ບຳລຸງຢູ່ພາກ​ພື້ນ​ອາຊີ-​ປາຊິ​ປິກປີ 2021” ​ຊີ້​ໃຫ້ເຫັນ​ວ່າ, ລະດັບ​ຄວາມ​ອຶດຫິວ ​ແລະ ການ​ຂາດ​ທາດ​ບຳລຸງ​ຢູ່​ພາກ​ພື້ນ​ອາຊີ-​ປາຊິ​ຟິກ​ໃນ​ປີ 2019 ​ໄດ້​ຕົກ​ຢູ່​ສະພາບ​ໜ້າ​ເປັນ​ຫ່ວງ​ມາ​ແລ້ວ, ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ​​ໄດ້ເຮັດ​ໃຫ້​ສະພາບດັ່ງກ່າວ​ຮ້າຍ​ແຮງ​ກວ່າ​ເກົ່າ, ​ເຖິງວ່າ​ຢູ່​ປະ​ເທດ​ຕ່າງໆບໍ່​ທັນໄດ້​ແຈ້ງຈຳນວນ​ຜູ້​ຕິດ​ເຊື້​ອພະຍາດ​ຈຳນວນ​ຫຼາຍ​​ໃນ​ໄລຍະ​ຕົ້ນ​ກໍ່​ໄດ້​ຮັບ​ຜົນ​ສະທ້ອນທາງ​ລົບ​ຈາກ​ມາດ​ຕະການ​ປ້ອງ​ກັນ​ພະ​ຍາດ, ພ້ອມດຽວ​ກັນ​ນັ້ນ ​ເພື່ອປະຊາຊົນ​ເປັນ​ຫ່ວງ​ສຸຂະພາບ ຈິ່ງ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ-​ປາຊິ​ຟິກ ກໍ່​ຄືທົ່ວ​ໂລກຫຼຸດ​​ລົງ​ຢ່າງ​ຫຼວງ​ຫຼາຍ. ຕ່ອງ​ໂສ້​ການ​ສະໜອງ​ອາຫານຢຸດ​ສະ​ງັກ​​ໄດ້ເຮັດ​ໃຫ້​ສະຖານະ​ການ​ຊຸດ​ໂຊ​ມລົງ​ກວ່າ​ເກົ່າ​ອີກ. ບົດ​ລາຍ​ງານ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ,​​ໃນ​ປີ 2020 ຢູ່​ພາກ​ພື້ນ​ອາຊີ-​ປາຊິ​ຟິກມີ​ຫຼາຍ​ກວ່າ 1 ຕື້​ຄົນບໍ່​ມີ​ອາຫານ​ທີ່​ພຽງພໍ, ​ຈຳນວນ​ດັ່ງກ່າວ​ໄດ້​ເພີ່ມຂຶ້ນ​ເກືອບ 150 ລ້ານ​ຄົນ​ເມື່ອ​ທຽບ​ໃສ່ປີ 2019.

ຄຳ​ເຫັນ

0