覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະໃຊ້ທຸກມາດຕະການທີ່ຈຳເປັນເພື່ອເດັດດ່ຽວປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການແລະວິສາຫະກິດຈີນ

2021-12-18 15:06:29 cri

ຈີນຈະໃຊ້ທຸກມາດຕະການທີ່ຈຳເປັນເພື່ອເດັດດ່ຽວປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການແລະວິສາຫະກິດຈີນ_fororder_外交部
 

ວັນທີ 17 ທັນວານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ເປັນປະທານຈັດກອງປະຊຸມຖະແຫລງຂ່າວປະຈຳ. ມີນັກ ຂ່າວຖາມບັນຫາກ່ຽວກັບອາເມຣິກາສວຍໃຊ້ບັນຫາກ່ຽວກັບຊິນຈ່ຽງເປັນຂໍ້ອ້າງເພື່ອກົດດັນວິສາຫະກິດຈີນຢ່າງບໍ່ຢຸດຢັ້ງ.
 

  ທ່ານວ່າງເວີນປິ່ນກ່າວຢືນຢັນວ່າ: ອາເມຣິກາຂະຫຍາຍນິຍາມຄວາມ ໝັ້ນຄົງແຫ່ງຊາດ ແລະເສກສັນປັ້ນແຕ່ງຂໍ້ອ້າງຕ່າງໆໃນການນຳໃຊ້ມາດຕະການ ຄວບຄຸມການສົ່ງອອກເກີນຂອບເຂດເພື່ອກົດດັນອົງການແລະວິສາຫະກິດຈີນຢ່າງໄຮ້ເຫດຜົນ ຈົນເຖິງຂັ້ນບໍ່ມີສະຕິແລະບໍ່ຈຳແນກວິທີການ. ການກະທຳຂອງ ອາເມຣິກາໄດ້ທຳລາຍຫລັກການເສດຖະກິດຕະຫລາດແລະກົດລະບຽບເສດຖະກິດການຄ້າສາກົນຢ່າງໜັກໜ່ວງ, ໄດ້ທຳລາຍຜົນປະໂຫຍດຂອງອົງການ ແລະວິສາຫະກິດຈີນຢ່າງຮ້າຍແຮງ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານເລື່ອງນີ້. ຈີນເລັ່ງທວງໃຫ້ອາເມຣິກາຈົ່ງດັດແກ້ຄວາມຜິດ ພາດໃນທັນທີ, ຈີນຈະໃຊ້ທຸກມາດຕະການທີ່ຈຳເປັນເພື່ອເດັດດ່ຽວປົກປ້ອງ ສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການແລະວິສາຫະກິດຈີນ.

ຄຳ​ເຫັນ

0