吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ:ຈະອອກແຮງແກ້ໄຂບັນຫາການແຜ່ລະບາດຂອງໂຄວິດ-19 ແລະ ຂຸມການເງິນໃນລະບົບການທະນາຄານສາກົນໃນປີ 2022

2021-12-18 15:52:49 CRI

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ:ຈະອອກແຮງແກ້ໄຂບັນຫາການແຜ່ລະບາດຂອງໂຄວິດ-19 ແລະ ຂຸມການເງິນໃນລະບົບການທະນາຄານສາກົນໃນປີ 2022_fororder_联合国秘书长


    ວັນທີ 16 ທັນວານີ້, ໃນກອງປະຊຸມຂ່າວທ້າຍປີ 2021, ທ່ານອັນໂດນີໂອ ກູເຕຼສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ທ່ານຈະອອກແຮງແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຂຸມການເງິນໃນລະບົບການທະນາຄານສາກົນໃນປີ 2022.


    ທ່ານກູເຕຼສກ່າວວ່າ, ຍັງມີ 98 ປະເທດບໍ່ໄດ້ບັນລຸເປົ້າໝາຍການສັກວັກຊິນໃນທ້າຍປີ 2021, 40 ປະເທດຍັງບໍ່ທັນໄດ້ສັກວັກຊິນໃຫ້ແກ່ປະຊາກອນ 10%. ຢູ່ປະເທດທີ່ມີລາຍຮັບຕ່ຳ, ມີແຕ່ປະຊາກອນບໍ່ຮອດ 4% ໄດ້ສັກວັກຊິນຄົບຈຳນວນ. ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບມີວີ່ແວວທີ່ຈະຢຸດເຊົາ.ນີ້ແມ່ນເກີດຂຶ້ນຍ້ອນການແບ່ງປັນວັກຊິນບໍ່ມີຄວາມສະເໝີພາບ, ຄວາມລັ່ງເລໃຈ ແລະ ຄວາມທະນົງໃຈຕໍ່ຕົນເອງ.

 

    ກ່ຽວກັບບັນຫາເສດຖະກິດ, ທ່ານກູເຕຼສກ່າວວ່າ, ການຟື້ນຟູເສດຖະກິດທີ່ບໍ່ດຸນດ່ຽງພວມເຮັດໃຫ້ສະພາບທີ່ບໍ່ເໝີພາບເລັ່ງໄວຂຶ້ນ. ເນື່ອງຈາກຕ້ອງໃຊ້ແທນໜີ້້ສິນທີ່ເພີ່ມຂຶ້ນເລື້ອຍໆ ແລະ ຕົ້ນທຶນສູງກວ່າເກົ່າ ຈິ່ງເຮັດໃຫ້ຊ່ອງຫວ່າງການເງິນຂອງປະເທດພວມພັດທະນາໃນດ້ານການຟື້ນຟູເສດຖະກິດ,ການສ້າງຕຳແໜ່ງງານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດມີຄວາມຈຳກັດທີ່ສຸດ.

ຄຳ​ເຫັນ

0