吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການແຜນການທັນຍາຫານໂລກ:ຊາວອັຟການີສະຖານຈຳນວນ 98% ອຶດຫິວ

2021-12-18 16:05:28 CRI

ອົງການແຜນການທັນຍາຫານໂລກ:ຊາວອັຟການີສະຖານຈຳນວນ 98% ອຶດຫິວ_fororder_e5d6776592d84c9ba30614161c7ee1f5

 

ຫວ່າງມໍ່ໆນີ້, ຜູ້ຕາງໜ້າອົງການແຜນການທັນຍາຫານໂລກຂອງສະຫະປະຊາຊາດກ່າວເຕືອນວ່າ, ຊາວອັຟການີສະຖານຈຳນວນ 98% ອຶດຫິວຢູ່. ຄວາມອຶດຫິວ ແລະ ຄວາມທຸກຍາກທີ່ອັຟການີສະຖານພວມຜະເຊີນໜ້ານັ້ນຄືຫິມະພັງທະລາຍ.

 

ໃນເດືອນສິງຫາປີນີ້, ຫຼັງຈາກອົງການຕາລີບານອັຟການີສະຖານໄດ້ຄວບຄຸມນະຄອນຫຼວງກາບູນ, ການຊ່ວຍເຫຼືອຈາກຕ່າງປະເທດຈຳນວນຫຼາຍໄດ້ຢຸດສະງັກ, ພ້ອມກັນນັ້ນ ອາເມຣິກາໄດ້ງົດຊັບສົມບັດປະມານ 9 ຕື້ 500 ລ້ານໂດລາຂອງທະນາຄານກາງອັຟການີສະຖານ, ເຮັດໃຫ້ເສດຖະກິດທີ່ອ່ອນແອຂອງອັັຟການີສະຖານຮ້າຍແຮງຂຶ້ນຕື່ມ

 

ຕົວເລກຈາກອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ, ບັນຫາຄວາມທຸກຍາກຂອງອັຟການີສະຖານນັບມື້ນັບຮ້າຍແຮງ. ຄາລາສິນຄ້າຖີບສູງຂຶ້ນ, ປະຊາຊົນບໍ່ມີຄວາມສາມາດຊື້ເຄື່ອງໃຊ້ຊີວິດປະຈຳວັນພື້ນຖານ ເຊັ່ນ: ອາຫານ ແລະ ວັດຖຸເຊື້ອໄຟເປັນຕົ້ນ.ຊາວອັຟການີສະຖານຈຳນວນຫຼາຍ, ໂດຍສະເພາະແມ່ນເດັກນ້ອຍພວມຜະເຊີນກັບບັນຫາຄວາມອຶດຫິວ ແລະ ຂາດທາດບຳລຸງ.

ຄຳ​ເຫັນ

0