覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດກອງປະຊຸມເວທີປຶກສາຫາລືອະລິຍະທຳອາຊີ “ຄວາມກົມກຽວແລະການຮ່ວມມື” ຜ່ານຮູບແບບວິດີໂອ

2021-12-18 15:25:54 cri

ຈັດກອງປະຊຸມເວທີປຶກສາຫາລືອະລິຍະທຳອາຊີ “ຄວາມກົມກຽວແລະການ ຮ່ວມມື” ຜ່ານຮູບແບບວິດີໂອ_fororder_论坛
 

   ກອງປະຊຸມວິທີປຶກສາຫາລືອະລິຍະທຳອາຊີ “ຄວາມກົມກຽວແລະການ ຮ່ວມມື”ໂດຍມີສະຫະພັນປັດຊະຍາຂົງຈື້ສາກົນເປັນເຈົ້າພາບໄດ້ຈັດຂຶ້ນຜ່ານຮູບແບບວິດີໂອໃນວັນທີ 17 ທັນວານີ້. ແຂກຜູ້ມີກຽດທີ່ມາຈາກຈີນ, ຍີ່ປຸ່ນ, ໄທ, ສີລັງກາແລະປະເທດແລະເຂດແຄວ້ນອື່ນໆໄດ້ເຕົ້າໂຮມກັນຜ່ານທາງອ໋ອນລາຍ ເພື່ອແລກປ່ຽນຄວາມຄິດຄວາມເຫັນໂດຍປິ່ນອ້ອມຫົວຂໍ້ “ເພີ່ມທະວີການຖອດ ຖອນບົດຮຽນແລະແລກປ່ຽນກັນດ້ານອະລິຍະທຳອາຊີ, ຊຸກຍູ້ການພັດທະນາ ຮ່ວມກັນຂອງອາຊີ”.
 

    ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ໂລກໃນປັດຈຸບັນກຳລັງ ຢູ່ໃນທາງແຍກໃໝ່ໃນປະຫວັດສາດທີ່ເຕັມໄປດ້ວຍຄວາມຫວັງທັງປະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດ. ການທີ່ຖືເອົາແນວຄິດ “ຄວາມກົມກຽວແລະ ການຮ່ວມມື” ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ທ້ອນໂຮມຄວາມຮັບ ຮູ້ທີ່ເປັນເອກະພາບກັນ, ກະຕຸ້ນກຳລັງແຮງສັງລວມ ເຊິ່ງເປັນກຳລັງແຮງ ອະລິຍະທຳສຳລັບຮັບມືກັບສິ່ງທ້າທາຍຮ່ວມແລະມຸ້ງໜ້າກ້າວໄປສູ່ອະນາຄົດ ທີ່ດີງາມ. ເມື່ອມຸ້ງໜ້າສູ່ອະນາຄົດ, ບັນດາປະເທດໃນອາຊີຍິ່ງຄວນເສີມຂະ ຫຍາຍມູນເຊື້ອດ້ານອະລິຍະທຳ, ສະແດງໃຫ້ເຫັນສະຕິປັນຍາອາຊີ, ປົກປັກ ຮັກສາສະພາບການພັດທະນາທີ່ມີສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ. 

ຄຳ​ເຫັນ

0