覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລີຕົວນີມີເຈດຕະນານາບຂູ່ຈີນທາງດ້ານການເມືອງ ເຊິ່ງເປັນການຄິດຜິດແທ້ໆ

2021-12-18 15:18:45 cri

ລີຕົວນີມີເຈດຕະນານາບຂູ່ຈີນທາງດ້ານການເມືອງ ເຊິ່ງເປັນການຄິດຜິດແທ້ໆ_fororder_外交部
 

 ວັນທີ 17 ທັນວານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ເປັນປະທານຈັດກອງປະຊຸມຖະແຫລງຂ່າວປະຈຳ. ມີນັກ ຂ່າວຖາມວ່າ: ວັນທີ 16 ທັນວານີ້, ທ່ານກາບຣິເອລີອຸສ ແລນສເບີກິສ ລັດຖະມົນຕີກະຊວງການຕ່າງປະເທດລີຕົວນີແຈ້ງຕໍ່ສື່ມວນຊົນວ່າ: ຝ່າຍຈີນ ໄດ້ແຈ້ງໃຫ້ຊາບວ່າ ເອກະສານປະຈຳຕົວຂອງພະນັກງານການທູດລີຕົວນີ ປະຈຳຈີນຈະຫມົດອາຍຸໃນໄວໆນີ້, ຝ່າຍລີຕົວນີຖ້າຢາກຈັດວາງພະນັກງານ ການທູດປະຈຳຈີນຂອງປະເທດຕົນກັບຄືນປະເທດພາຍໃນເວລາອັນສັ້ນໆແບບນີ້ແມ່ນມີຄວາມຫຍຸ້ງຍາກຫລາຍ, ສະນັ້ນຈິ່ງຂໍຕໍ່ອາຍຸເອກະສານ, ແຕ່ບໍ່ ໄດ້ຮັບຄຳຕອບແຕ່ປະການໃດຈາກຝ່າຍຈີນ, ສະນັ້ນພະນັກງານການທູດລີຕົວນີ ຈຶ່ງຈຳເປັນຕ້ອງກັບຄືນປະເທດໃນທັນທີ. ກົດຫມາຍສາກົນບໍ່ຮັບຮອງການ ປ່ຽນແປງຖານະຜູ້ແທນການທູດແຕ່ຝ່າຍດຽວ, ການກະທຳຂອງຝ່າຍຈີນຈະ ລະເມີດສົນທິສັນຍາວຽນວ່າດ້ວຍການພົວພັນທາງການທູດ, ຕໍ່ກັບເລື່ອງນີ້, ຝ່າຍຈີນມີຄວາມເຫັນແນວໃດ? 
 

ທ່ານວ່າງເວີນປິ່ນກ່າວວ່າ:ຝ່າຍລີຕົວນີບໍ່ກ້າປະເຊີນຫນ້າ ແລະ ດັດແກ້ການກະທຳທີ່ຜິດພາດຂອງຕົນ, ກົງກັນຂ້າມ ພັດເຜີຍແຜ່ຂໍ້ມູນຂ່າວສານປອມ ເພື່ອປັດປ່າຍຄວາມຮັບຜິດຊອບຂອງຕົນ, ຈີນຮູ້ສຶກເສຍດາຍຢ່າງເລິກເຊິ່ງ ແລະເດັດດ່ຽວຄັດຄ້ານເລື່ອງນີ້. ຝ່າຍລີຕົວນີມີເຈດຕະນາຢາກສ້າງສະພາບ ການ “ຈີນຫນຶ່ງ ໄຕ້ຫວັນຫນຶ່ງ”, ທຳລາຍອະທິປະໄຕຂອງຝ່າຍຈີນ ເຊິ່ງການກະທຳນີ້ິຈະບໍ່ປະສົບຜົນສຳເລັດແນ່ນອນ. ຝ່າຍລີຕົວນີມີເຈດຕະນາຢາກ ປັດປ່າຍຄວາມຮັບຜິດຊອບຂອງຕົນແລະນາບຂູ່ຈີນທາງດ້ານການເມືອງ, ນີ້ເປັນການຄິດຜິດແທ້ໆ. 

ຄຳ​ເຫັນ

0