徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປ່ອນບັດເລືອກຕັ້ງສະພານິຕິບັນຍັດສະໄໝທີ 7 ຂອງເຂດບໍລິຫານພິເສດຮົງກົງຈັດຂຶ້ນໃນວັນທີ 19 ທັນວານີ້

2021-12-19 15:28:54 CRI

ຕາມຂ່າວCRI: ການປ່ອນບັດເລືອກຕັ້ງຂອງສະພານິຕິບັນຍັດສະໄໝທີ 7 ຂອງເຂດບໍລິຫານພິເສດຮົງກົງຈີນໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້,​ ນີ້ແມ່ນການເລືອກຕັ້ງສະພານິຕິບັນຍັດຄັ້ງທຳອິດພາຍຫຼັງໄດ້ປັບປຸງລະບົບການເລືອກຕັ້ງຂອງເຂດບໍລິຫານພິເສດຮົງກົງໃຫ້ສົມບູນແບບ. ລະບົບການເລືອກຕັ້ງໃໝ່ມີລັກສະນະເປັນຕົວແທນຢ່າງກວ້າງຂວາງ, ມີລັກສະນະກວມລວມດ້ານການເມືອງ, ມີລັກສະນະສະເໝີພາບດ້ານການເຂົ້າຮ່ວມແລະມີລັກສະນະຍຸຕິທຳດ້ານການແຂ່ງຂັນ, ເຊິ່ງຈະເຮັດໃຫ້ສະພານິຕິບັນຍັດສະໄໝໃໝ່ສາມາດສ່ອງແສງໃຫ້ເຫັນເຖິງຜົນປະໂຫຍດລວມແລະຜົນປະໂຫຍດພື້ນຖານຂອງສັງຄົມຮົງກົງໃຫ້ຫຼາຍກວ່າເກົ່າ, ຮັບປະກັນໃຫ້ປະຊາທິປະໄຕຂອງຮົງກົງໄດ້ຮັບການພັດທະນາຢ່າງປອດໄສ, ຊຸກຍູ້ໃຫ້ພຶດຕິກຳ“ປະເທດດຽວສອງລະບອບ”ໄດ້ຮັບການປະຕິບັດຢ່າງໜັກແໜ້ນແລະຍາວນານ.

ການປ່ອນບັດເລືອກຕັ້ງສະພານິຕິບັນຍັດສະໄໝທີ 7 ຂອງເຂດບໍລິຫານພິເສດຮົງກົງຈັດຂຶ້ນໃນວັນທີ 19 ທັນວານີ້_fororder_444.JPG

ການປ່ອນບັດໄດ້ດຳເນີນໄປແຕ່ 8 ໂມງ 30 ນາທີຫາ 22 ໂມງ 30 ນາທີຂອງວັນທີ 19 ທັນວານີ້. ທົ່ວເຂດຮົງກົງໄດ້ເປີດສະຖານທີ່ປ່ອນບັດໂດຍທົ່ວໄປ 630 ແຫ່ງແລະສະຖານທີ່ປ່ອນບັດສະເພາະບໍ່ຫຼາຍກວ່າ 24 ແຫ່ງ, ໃຫ້ພົນລະເມືອງຜູ້ມີສິດເລືອກຕັ້ງທີ່ໄດ້ລົງທະບຽນຈຳນວນ 4, 47 ລ້ານຄົນປ່ອນບັດ.

ການປ່ອນບັດເລືອກຕັ້ງສະພານິຕິບັນຍັດສະໄໝທີ 7 ຂອງເຂດບໍລິຫານພິເສດຮົງກົງຈັດຂຶ້ນໃນວັນທີ 19 ທັນວານີ້_fororder_333.JPG

ອາຍຸຕຳແໜ່ງຂອງສະພານິິຕິບັນຍັດສະໄໝທີ 7 ຂອງເຂດບໍລິຫານພິເສດຮົງກົງຈະເລີ່ມແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ, ເປັນເວລາ 4 ປີ.

 

 

 

 

ຄຳ​ເຫັນ

0