徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຫຼວງກາບູນຂອງອັຟການິສະຖານຈະຟື້ນຟູການແຈກຢາຍໜັງສືຜ່ານແດນ

2021-12-19 15:26:29 cri

ຕາມຂ່າວCRI: ວັນທີ 18 ທັນວານີ້ຕາມເວລາທ້ອງຖິ່ນ, ຜູ້ຮັບຜິດຊອບຂອງພາກສ່ວນໜັງສືຜ່ານແດນຂອງລັດຖະບານຊົ່ວຄາວອັຟການີສະຖານກ່າວໃນກອງປະຊຸມຂ່າວວ່າ: ພາກສ່ວນໜັງສືຜ່ານແດນຂອງນະຄອນຫຼວງກາບູນຂອງອັຟການິສະຖານຈະຟື້ນຟູການເຮັດວຽກຢ່າງເປັນປົກກະຕິຄືນໃໝ່.

 

ຕາມຂ່າວແຈ້ງວ່າ, ປັດຈຸບັນນີ້,​ ບັນຫາດ້ານເຕັກນິກທັງໝົດຂອງພາກສ່ວນໜັງສືຜ່ານແດນໄດ້ຮັບການແກ້ໄຂ,​ ທຸກວັນພະຫັດຈະແຈກຢາຍໜັງສືຜ່ານແດນໃຫ້ແກ່ສະມາຊິກຂອງລັດຖະບານຊົ່ວຄາວແລະກອງທະຫານໂດຍສະເພາະ. ຕາຕະລາງຂໍໜັງສືຜ່ານແດນຜ່ານທາງອອນລາຍໄດ້ຮັບການປ່ຽນແປງ, ຕາຕະລາງເກົ່າຈະບໍ່ສາມາດໃຊ້ໃນການຂໍໜັງສືຜ່ານແດນອີກ. ຄົນທີ່ຖືບັດປະຈຳຕົວຂອງແຂວງຕ່າງໆນອກຈາກນະຄອນຫຼວງກາບູນບໍ່ສາມາດຂໍໜັງສືຜ່ານແດນຢູ່ກາບູນ, ຜູ້ທີ່ຂໍໜັງ

ສືຜ່ານແດນຈຳເປັນຕ້ອງໄປເອົາໜັງສືຜ່ານແດນຢູ່ແຂວງຂອງຕົນ.

ຄຳ​ເຫັນ

0