秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັກກິ່ງຈັດກິດຈະກໍາສຳຜັດກັບຄວາມມ່ວນຊື່ນຂອງກິລາລະດູໜາວ

2021-12-19 15:07:53 cri

ຕອນ​ເຊົ້າວັນ​ທີ 18 ທັນ​ວາ​ນີ້, ພິ​ທີ​ເປີດ​ກິດ​ຈະ​ກໍ​າ​ສຳ​ຜັດ​ກັບ​ຄວາມ​ມ່​ວນ​ຊື່ນ​ຂອງ​ກິ​ລາ​ລະ​ດູ​ໜາວ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່ລານສະ​ກີ​ສື​ຈີ່ງ​ລົງ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ໂດຍ​ມີ 600 ຄົນ​ໄດ້​ເຂົ້າ​ຮ່ວມ​​ກິດ​ຈະ​ກຳ​ຕ່າງໆ ເຊັ່ນການ​ຮຽນ​ສະກີ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ, ​​ການ​ແຂ່ງ​ຂັນ​ສະ​ກີ​ສຳ​ລັບ​ຊາວ​ໜຸ່ມ​ເຍົ​າ​ວະ​ຊົນ ແລະ​ອື່ນໆ.

ໃນ​​​ການ​ແຂ່ງ​ຂັນ​ສະ​ກີ​ສຳ​ລັບ​ຊາວ​ໜຸ່ມ​ເຍົ​າ​ວະ​ຊົນ, ລວມ​ມີ​ຊາວ​ໜຸ່ມ​ເຍົ​າ​ວະ​ຊົນ​ທີ່​ມີ​ອາ​ຍຸແຕ່ 10 ຫາ 18 ປີ ຈຳ​ນວນ 400 ຄົນ ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ກິ​ລາ​ປະ​ເພດ​ສະ​ກີ​ສອງ​ລາຍ​ການ ຄື: ສະ​ກີໂຄ້ງ​ໃຫ​ຍ່​ພູ​ສູງ ແລະ​ສະ​ກີ​ໂຄ້ງ​ໃຫ​ຍ່​ປ​ະ​ເພດ​ແຜ່ນ​ດຽວ.

ນອກ​ຈາກ​ກິດ​ຈະ​ກຳ​ອອ​ຟ​ລາຍ​ແລ້ວ, ຍັງ​ໄດ້​ຈັດ​ກິດ​ຈະ​ກຳ​ອອນ​ລາຍ ເຊັ່ນ ການ​ເຜີຍ​ແຜ່​ຄວາມ​ຮູ້​ຕ່າງໆ​ດ້ານ​ກິ​ລາ​ລະ​ດູ​ໜາວ ເປັນ​ຕົ້ນ.

ຄຳ​ເຫັນ

0