徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະໜາມແຂ່ງຂັນສູນກິລາສອງປະເພດລະດູໜາວແຫ່ງຊາດເລີ່ມປັ້ນຮູບ

2021-12-19 15:29:30 CRI

ສະໜາມແຂ່ງຂັນສູນກິລາສອງປະເພດລະດູໜາວແຫ່ງຊາດເລີ່ມປັ້ນຮູບ_fororder_222.JPG

ຕາມຂ່າວCRI: ເພື່ອຕ້ອນຮັບສັບປະດາການຝຶກຊ້ອມສາກົນກິລາລະດູໜາວສອງປະເພດກໍຄືກິດຈະກຳການທົດລອງຕ່າງໆ “ນັດພົບກັນຢູ່ປັກກິ່ງ” ທີ່ຈະຈັດຂຶ້ນແຕ່ວັນທີ 28 ຫາວັນທີ 31 ທັນວານີ້, ຫວ່າງກ່ອນນີ້ບໍ່ດົນ,​ ສູນກິລາລະດູໜາວສອງປະເພດແຫ່ງຊາດຈີນທີ່ຕັ້ງຢູ່ເຂດແຂ່ງຂັນເມືອງຈ່າງເຈຍໂຂໄດ້ເລີ່ມສ້າງລານສະກີແລະລານສະເກັດ, ວຽກງານກະກຽມດ້ານຕ່າງໆພວມເລັ່ງລັດດຳເນີນຢູ່.

ສະໜາມແຂ່ງຂັນສູນກິລາສອງປະເພດລະດູໜາວແຫ່ງຊາດເລີ່ມປັ້ນຮູບ_fororder_111.JPG

ສູນກິລາລະດູໜາວສອງປະເພດແຫ່ງຊາດຈີນທີ່ຕັ້ງຢູ່ເຂດແຂ່ງຂັນຈ່າງເຈຍໂຂ, ໃນໄລຍະຈັດງານກິລາໂອລິມປິກລະດູໜາວຈະຈັດການແຂ່ງຂັນກິລາລະດູໜາວສອງປະເພດ, ຈະຊີງຫຼຽນຄຳ 11 ຫຼຽນ; ໃນໄລຍະຈັດງານກິລາໂອລິມປິກລະດູໜາວ, ​ຈະຈັດການແຂ່ງຂັນກິລາລະດູໜາວສອງປະເພດສຳລັບຄົນພິການແລະການແຂ່ງຂັນສະກີຄົນພິການ,​ຈະຊີງຫຼຽນຄຳ 38​ ຫຼຽນ.

ຄຳ​ເຫັນ

0