尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ເຜີຍ​ແຜ່​​ປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຢູ່​ຮົງ​ກົງ​ພາຍ​ໃຕ້​ຂອບ​ປະ​ເທດ​ດຽວ​ສອງ​ລະ​ບອບ”

2021-12-20 17:55:38 cri

ຈີນ​ໄດ້​ເຜີຍ​ແຜ່​​ປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຢູ່​ຮົງ​ກົງ​ພາຍ​ໃຕ້​ຂອບ​ປະ​ເທດ​ດຽວ​ສອງ​ລະ​ບອບ”_fororder_1128181876_16399860162141n

        ວັນ​ທີ 20 ທັນ​ວາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​​ປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​​ຢູ່ຮົງ​ກົງ​ພາຍ​ໃຕ້​ຂອບ​ປະ​ເທດ​ດຽວ​ສອງ​ລະ​ບອບ” ໂດຍ​ໄດ້​ທົບ​ທວນ​ຄືນ​​ຕົ້ນ​ກຳ​ເນີດ​ແລະ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ​ທັງ​ໄດ້​ອະ​ທິ​ບາຍ​ຈຸດ​ຢືນ​ແລະ​ຫຼັກ​ການ​ຂອ​ງ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຕື່ມ​ອີກ.

      ​ປຶ້ມ​ປົກ​ຂາວ​ຊີ້​ໃຫ້​ເຫັນ​ວ່າ: ຮົງ​ກົງ​ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ແຕ່​ໜ້ອຍ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ພວກລ່າ​ເມືອງ​ຂຶ້ນ​ອັງ​ກິດ. ການ​ພັດ​ທະ​ນາ​ແລະ​ປັບ​ປຸງ​ປະ​ຊາ​ທິ​ປະ​ໄຕ​​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃຫ້​ສົມ​ບູນ​ຂຶ້ນ​ມີ​ຄວາມ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮັບ​ປະ​ກັນ​ສິດປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ​ແລະ​ຮັບ​ປະ​ກັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະສະ​ຖຽນ​ລະ​ພາບ​ໃນ​ໄລ​ຍະ​ຍາວ​ແລະຄວາມສະ​ຫງົບ​ຖາ​ວອນ​ຢູ່​ຮົງ​ກົງ. “ປະ​ເທດ​ດຽວ​ສອງ​ລະ​ບອບ” ໄດ້​​ເປັນ​ການ​ຄ້ຳ​ປະ​ກັນ​ພື້ນ​ຖານ​ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ.
ຈີນ​ໄດ້​ເຜີຍ​ແຜ່​​ປຶ້ມ​ປົກ​ຂາວ “ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຢູ່​ຮົງ​ກົງ​ພາຍ​ໃຕ້​ຂອບ​ປະ​ເທດ​ດຽວ​ສອງ​ລະ​ບອບ”_fororder_1128181876_16399860283651n

      ​ປຶ້ມ​ປົກ​ຂາວ​ຍັງລະ​ບຸ​ວ່າ: ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢູ່​ຮົງ​ກົງ​ໄດ້​ຮັບ​ຜົນ​ສຳ​ເລັດ​​ອັນ​ໃຫຍ່​ຫຼວງ, ຮົງ​ກົງ​ທີ່​ມີ​ປະ​ຊາ​ທິ​ປະ​ໄຕ​ທາງ​ດ້ານ​ການ​ເມືອງ,ການ​ບໍ​ລິ​ຫານ​ຕາມ​ກົດ​ໝາຍຢ່າງ​ຄົບ​ຖ້ວນ​ສົມ​ບູນ,ມີ​ເສ​ລີ​ພາບ​ແລະ​ມີ​ການ​ເປີດ​ປະ​ຕູ​ສູ່​ໂລກ,ມີ​ສ່ວນ​ຮ່ວມ​ແລະ​ມີ​ຄວາມ​ກົມ​ກຽວ​ກັນ,ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​​ມີສະ​ຖຽນ​ລະ​ພາບ, ​ແລະ​ຮົງ​ກົງ​ທີ່ຮັກ​ປະ​ເທດ​ຊາດແລະ​ຫັນ​ໜ້າ​ສູ່​ໂລກ​​ນັ້ນຈະ​ປະ​ກົດ​ສູ່​ສາຍ​ຕາ​ຂອງ​ຊາວ​ໂລກ​ໄດ້​ເປັນ​ຢ່າງ​ດີກວ່າ​ເກົ່າ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢູ່​ຮົງ​ກົງ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​​ອັນໃຫຍ່​ຫຼວງກວ່າ​ເກົ່າ​ຢ່າ​ງ​ແນ່ນອນ.

ຄຳ​ເຫັນ

0