尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທກ່າວ​ວ່າ: ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວໄປ​ທ່ຽວ​ໄທ​ໃນ​ປີ 2023​ ໃຫ້​ໄດ້ 80%

2021-12-20 17:52:20 cri

ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທກ່າວ​ວ່າ: ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວໄປ​ທ່ຽວ​ໄທ​ໃນ​ປີ 2023​ ໃຫ້​ໄດ້ 80%_fororder_1b3c-96e2fd4da56123a374c08fe6f8e1446b

     ຫວ່າງ​ມໍ່ໆ​ມາ​ນີ້, ຫົວ​ໜ້າ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບວິ​ທີ​ການ​ຢູ່​ລອດ​ຂອງວິ​ສາ​ຫະ​ກິດ​ໄທ​ຫຼັງ​ໄທ​ເປີດ​ປະ​ເທດ​ຄືນ​ໃໝ່​ໂດຍ​ກ່າວ​ວ່າ: ​ເມື່ອຮອດ​ປີ 2022, ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ​ໄທ​ແມ່ນ​ດຶງ​ດູດນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ 50%,ສ່ວນ​ຮອ​ດປີ 2023, ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 80%,ແລະ​ສຸມ​ໃສ່​ນັກ​ທ່ອງ​ທ່ຽວ​ຄຸນ​ນະ​ພາບ​ສູງ.

      ພາຍ​ຫຼັງ​ໄດ້​ເປີດ​ປະ​ຕູຄືນ​ໃໝ່​ໃນ​ວັນ​ທີ 1 ພະ​ຈິກ​ປີ 2021 , ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ເຂົ້າ​​ມາ​ທ່ຽວ​ໄທ​ມີ​ຫຼາຍກວ່າ 150 ພັນ​ເທື່ອ​ຄົນ,ຂະ​ນະ​ດຽວ​ກັນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ກໍ່​ໄດ້​ເລີ່ມ​ໄປ​ທ່ຽວ​ແຫ່ງ​ຕ່າງໆ​​ໃນ​ປະ​ເທດ​ໄທ​ຄືນ​ໃໝ່. ກະ​ຊວງ​​ທ່ອງ​ທ່ຽວ​ແລະ​ກິ​ລາຂອງ​ໄທ​ຄາດ​ຄະ​ເນ​ວ່າ: ຮອດ​ທ້າຍ​ປີ 2021,ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທັງ​ໝົດ​ທີ່​ທ່ຽວ​ຢູ່​ໄທ​ຈະ​ມີ​ເຖິງ 92 ລ້ານ​ເທື່ອ​ຄົນ,ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ໂດຍ​ລວມ​ຈະ​ມີ​ປະ​ມານ 650 ຕື້​ບາດ.

ຄຳ​ເຫັນ

0