蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ສາ​ມາດ​ເກັບຮັກ​ສາ​ແນວ​ພັນ​ພືດຂອງ​ຈີນ​ຄອງ​ອັນ​ດັບ 1 ຂອງ​ໂລກ

2021-12-20 15:36:42 CRI

     ເພື່ອ​ເພີ່ມ​ທະ​ວີ​ການ​ເກັບ​ຮັກ​ສາ​ແລະ​​ນຳ​ໃຊ້ຊັບ​ພະ​ຍາ​ກອນ​ແນວ​ພັນພືດ, ຈີນ​ໄດ້​ເລັ່ງ​ຊຸກ​ຍູ້​ການ​ສ້າງ​ສາງ​ເກັບ​ຮັກ​ສາຊັບ​ພະ​ຍາ​ກອນແນວ​ພັນພືດແຫ່ງ​ຊາດ. ເມື່ອບໍ່​ດົນ​ມານີ້, ສາງ​ເກັບ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ແນວ​ພັນ​ພືດແຫ່ງ​ຊາດ​ຈີນ​ແຫ່ງ​ໃໝ່​ໄດ້​ສ້າງ​ສຳ​ເລັດ​ແລະ​ເລີ່ມ​ທົດ​ລອງ​ນຳ​ໃຊ້ແລ້ວ, ແນວ​ພັນ​ທີ່​ເກັບຮັກ​ສາ​ໄວ້​ໄດ້​ເພີ່ມ​ຂຶ້ນ​ຈາກ 4 ແສນ​ຊະ​ນິດ​ເປັນ 1,5 ລ້ານ​ຊະ​ນິດ, ຄວາມ​ສາ​ມາດເກັບ​ຮັກ​ສາ​ແນວ​ພັນພືດ​ໄດ້​ຄອງ​ອັນ​ດັບ 1 ຂອງ​ໂລກ. ຕາມ​ການ​ແນະ​ນຳ​ໃຫ້​ຮູ້​ວ່າ: ສາງ​ເກັບ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ແນວ​ພັນ​ພືດ​ແຫ່ງ​ຊາດ​ຈີນ​ແຫ່ງ​ໃໝ່ໄດ້​ມີ​ຄວາມ​ສາ​ມາດເກັບ​ຮັກ​​ສາ​ຊັບ​ພະ​ຍາ​ກອນ​ແນວ​ພັນ​ພືດປະ​ເພດ​ຕ່າງໆໄດ້ຢ່າງ​ປອດ​ໄພ​ແລະ​ຍາວ​ນານ​ພ້ອມ​ທັ​ງ​ມີຄວາມ​ສາ​ມາດນຳ​ໃຊ້​ຮ່ວມ​ກັນ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ການ​ບົ່ມ​ເພາະ​ແນວ​ພັນພືດ​ປະ​ເພດ​ຕ່າງໆ​ຈາກ​ດ້ານ​ຊັບ​ພະ​ຍາ​ກອນ ແລະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນການ​ພັດ​ທະ​ນາ​ໃນໄລ​ຍະ 50 ປີ​ຂ້າງ​ໜ້ານີ້.

     ນອກນີ້, ໃນປີນີ້, ງົບ​ປະ​ມານ​ສູນ​ກາງ​ຈີນຍັງ​ໄດ້​ໃຊ້​ງົບ 2 ຕື້ຢວນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຍົກ​ລະ​ດັບ​ຄວາມ​ທັນ​ສະ​ໄໝ​ຂອງ​ເມືອງໃຫຍ່​ດ້ານ​ການ​ຜະ​ລິດ​ແນວ​ພັນ​ໃໝ່. ປະ​ຈຸ​ບັນ, ເມືອງໃຫຍ່​ດ້ານ​ການ​ຜະ​ລິດ​ແນວ​ພັນ​ໃໝ່ມີ 52 ເມືອງ​ແລະ​ຖານ​ບົ່ມ​ເພາະ​ແນວ​ພັນ​ທີ່​ດີ​ມີ 100 ແຫ່ງ​ໃນ​ປະ​ເທດ​ຈີນ​ເຊິ່ງ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານການ​ນຳ​ໃຊ້​ແນວ​ພັນພືດ​ໃນ​ທົ່ວ​ປະ​ເທດ​ໄດ້ 70% ຂຶ້ນ​ໄປ.

ຄຳ​ເຫັນ

0