蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເຖົ້າ​ອາ​ຍຸ​ຍືນ​ທີ່​ສຸດ​ຢູ່​ປະ​ເທດ​ຈີນ​ມໍ​ລະ​ນະກຳແລ້ວ

2021-12-20 16:18:14 CRI

ຜູ້​ເຖົ້າ​ອາ​ຍຸ​ຍືນ​ທີ່​ສຸດ​ຢູ່​ປະ​ເທດ​ຈີນ​ມໍ​ລະ​ນະກຳແລ້ວ_fororder_最长寿老人

     ວັນ​ທີ 16 ທັນ​ວານີ້, ແມ່​ເຖົ້າ​ອາ​ລີ​ມີ​ຮານ ເຊີ​ອີ​ທີ ຊາວ​ເມືອງ​ຊູ​ເລີ ເຂດ​ຄາ​ຊື ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊີ່ນ​ຈ່ຽງປະ​ເທດ​ຈີນ​​ໄດ້​ມໍ​ລະ​ນະກຳແລ້ວ, ​ລວມ​ອາ​ຍຸໄດ້ 135 ປີ.

     ​ແມ່ເຖົ້າ​ອາ​ລີ​ມີ​ຮານ ເຊີ​ອີ​ທີ ເກີດ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ປີ 1886, ເປັນ​ຊາວ​ບ້ານ​ຄຸ​ມຸ​ຊີ​ລິກ ເມືອງ​ຊູ​ເລີ ເຂດຄາ​ຊື ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊີ່ນ​ຈ່ຽງປະ​ເທດ​ຈີນ. ເພິ່ນ​ໄດ້​ດຳ​ລົງ​ຊີ​ວິດ​ຜ່ານ 3 ສະ​ຕະ​ວັດ, ໃນ​ຄອບ​ຄົວ​ຂອງ​ເພິ່ນ​ມີ​ລູກ​ຫຼານ 6 ລຸ້ນ. ປີ 2013, ສະ​ມາ​ຄົມ​​ຄົ້ນ​ຄວ້າ​ອາ​ຍຸ​ຍືນ​ແຫ່ງ​ປະ​ເທດຈີນ​ໄດ້​ຈັດ​ລຽງ​ລຳ​ດັບ​ຄົນ​ອາ​ຍຸ​ຍືນ​ແຕ່​ທີ 1 ຫາ​ທີ 10 ຂອງ​ຈີນ​ຄັ້ງ​ທີ 6, ​ແມ່ເຖົ້າອາ​ລີ​ມີ​ຮານ ເຊີ​ອີ​ທີເປັນ​ອັນ​ດັບ 1 ດ້ວຍ​ອາ​ຍຸ 127 ປີ.

     ຕາ​ແສງ​ຄຸ​ມຸ​ຊີ​ລິກ​ແມ່ນ​ຖິ່ນຄົນ​ອາ​ຍຸ​ຍືນທີ່ມີ​ຊື່​ສຽງ​ຢູ່​ທ້ອງ​ຖິ່ນ, ມີ​ຜູ້​ເຖົ້າ​ອາ​ຍຸ​ສູງກວ່າ 90 ປີ​ຫຼາຍ​ຄົນ. ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ຈັດ​​ທ່ານ​ໝໍ​ໄປ​ເບິ່ງ​ແຍງ​ຕາມ​ຂອບ​ສັນ​ຍາ ແລະທ່ານ​ໝໍ​ຕິດ​ຕາມ​ສຸ​ຂະ​ພາບ​ໃຫ້​ແກ່​ທຸກ​ໆ​ຄອບ​ຄົວ​ທີ່​ມີ​ຜູ້​ເຖົ້າ​ອາ​ຍຸ​ສູງກວ່າ 60 ປີ, ເພື່ອກວດ​ສຸ​ຂະ​ພາບ​ໃຫ້​ພວກ​ເພິ່ນ​ປີ​ລະ​ເທື່ອໂດຍ​ບໍ່​ຕ້ອງ​ເສຍ​ຄ່າ, ໄດ້​ແຈກ​ຢາຍ​ກ່ອງຢາ​ໃຫ້​ແກ່​ຜູ້​ເຖົ້າ​ທີ່​ມີ​ພະ​ຍາດ​ປະ​ຈຳ​ຕົວ, ແລະ​ເບີກ​ເງິນອຸດ​ໜູນ​ແຕ່​ລະ​ເດືອນ​ໃຫ້​ແກ່​ຜູ້​ເຖົ້າ​ອາ​ຍຸ​ສູງ​.

ຄຳ​ເຫັນ

0