尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ຮຽກ​ຮ້ອງໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍ​ອັ​ຟ​ກາ​ນິ​ສະ​ຖານ​ແກ້​ໄຂວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ

2021-12-20 17:50:48 cri

ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ຮຽກ​ຮ້ອງໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍ​ອັ​ຟ​ກາ​ນິ​ສະ​ຖານ​ແກ້​ໄຂວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ_fororder_d62a6059252dd42a1405ddba9015c1bcc9eab84f

      ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອ​ງ​​ສະ​ພາ​ມົນ​ຕີ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ຄັ້ງ​ທີ 17 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ​ປະ​ເທດ​ປາ​ກິ​ສະ​ຖານໃນ​ວັນ​ທີ 19 ທັນ​ວາ​ນີ້,ໂດຍໄດ້​ສຸມ​ໃສ່​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ​ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍແກ້​ໄຂວິ​ກິດ​ການ​ດ້ານມະ​ນຸດ​ສະ​ທຳ​ທີ່ອັ​ຟ​ກາ​ນິ​ສະ​ຖານ​ພວມ​ຜະ​ເຊີນ​ຢູ່.
ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ຮຽກ​ຮ້ອງໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍ​ອັ​ຟ​ກາ​ນິ​ສະ​ຖານ​ແກ້​ໄຂວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ_fororder_d62a6059252dd42acb0b0f369915c1bcc8eab8e1

      ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ປິດກອງ​ປະ​ຊຸມ​ໃນ​ມື້​ດັ່ງ​ກ່າວ, ທ່ານ ຊາ​ເມດ​ມູດ ຄຸ​ຣີ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານ​ກ່າວ​ວ່າ: ກອງ​ປະ​ຊຸມ​ໄດ້​​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ສະ​ພາບ​ມະ​ນຸດ​ສະ​ທຳ​ຢູ່ອັ​ຟ​ກາ​ນິ​ສະ​ຖານ,ແລະ​ໄດ້​ຕົກ​ລົງ​ຈະ​ໃຊ້​ຫຼາຍ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ເຊິ່ງ​ລວມ​ທັງ​ການ​ສ້າງ​ຕັ້ງ​ກອງ​ທຶນ​ສິນ​ເຊື່ອ​ເພື່ອ​ມະ​ນຸດ​ສະ​ທຳ,ດຳ​ເນີນ​ໂຄງ​ການ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​,ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຂອງ​ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນິ​ສະ​ຖານ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ຮ່ວມ​ມື​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ເພື່ອ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ແລະ​ອື່ນໆ.

ທ່ານ ຊາ​​ເມດ​ມູດ ຄຸ​ຣີ​ຊີ​ຍັງ​ກ່າວ​ຕື່ມ​ວ່າ​: ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ໃຊ້​ການ​ກະ​ທຳ​​ຕົວ​ຈິງໃນ​ທັນ​ທີ,ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ແກ້​ໄຂ​ບັນ​ຫາ​ຂາດ​​ແຄນອາ​ຫານ​ແລະ​ບັນ​ຫາ​ອື່ນໆ.

ຄຳ​ເຫັນ

0