蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ເນີດ 40 ທີ່​ນັ່ງທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິບັນ​ຍັດ​ສະ​ໄໝ​ທີ 7 ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ

2021-12-20 17:51:05 CRI

     ຜົນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຈາກ​ຂະ​ແໜງ​ການ​ຕ່າງໆຂອງ​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ສະ​ໄໝ​ທີ 7 ຂອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ອນ​ໝູ່ໃນ​ຕອນເຊົ້າຂອງ​ວັນ​ທີ 20 ທັນ​ວານີ້, ມີທັງ​ໝົດ 40 ທີ່​ນັ່ງ.

     ສຳ​ລັບ​ການ​ເລືອກ​ຕັ້ງ​ຈາກ​ຂະ​ແໜງ​ການ​ຕ່າງໆ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຂອງສະ​ພາ​ນິ​ຕິ​ບັນ​ຍັດ​ສະ​ໄໝ​ທີ 7 ​ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງທັງ​ໝົດ 51 ທ່ານເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ.

     ສະ​ພາ​ນິ​ຕິ​ບັນ​ຍັດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ສະ​ໄໝ​ໃໝ່​ປະ​ກອບ​ດ້ວຍ​ສະ​ມາ​ຊິກ​ສະ​ພາທັງ​ໝົດ 90 ທ່ານ, ໃນນັ້ນ, ລວມ​ມີສະ​ມາ​ຊິກ 40 ທ່ານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງໂດຍ​ກົງ, ສະ​ມາ​ຊິກ 30 ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງຈາກ​ກຸ່ມ​ວິ​ຊາ​ອາ​ຊີບ ແລະ​ສະ​ມາ​ຊິກ 20 ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງ​ໂດຍ​ກົງ​ຈາກ​ເຂດ​ເລືອກ​ຕັ້ງ​ຕ່າງໆ. ປະ​ຈຸ​ບັນ, ວຽກ​ງານການ​ນັບ​ບັດເລືອກ​ຕັ້ງ​ຈາກ​ກຸ່ມ​ວິ​ຊາ​ອາ​ຊີບ ແລະການ​ເລືອກ​ຕັ້ງ​ໂດຍ​ກົງ​ຈາກ​ເຂດ​ເລືອກ​ຕັ້ງ​ຕ່າງໆຍັງ​ພວມ​ດຳ​ເນີນ​ຢູ່.

ຄຳ​ເຫັນ

0