ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເຈົ້າໜ້າທີ່ຕຳຫຼວດຟີລິບປີນເປີດເຜີຍວ່າ: ມາຮອດເວລາ 6 ໂມງເຊົ້າຂອງວັນທີ 20 ທັນວານີ້, ລົມພາຍຸ “ຣາອີ” ໄດ້ເຮັດໃຫ້ຈຳນວນຜູ້ເສຍຊີວິດຢູ່ຟີລິບປີນເພີ່ມຂຶ້ນເປັນ 208 ຄົນແລ້ວ.
ວັນທີ 20 ທັນວານີ້, ທ່ານ ໂຣດຣີໂກ ດູເຕີເຕ ປະທານາທິບໍດີຟີລິບປີນໄດ້ຂີ່ເຮືອບິນໄປສຳຫຼວດເຂດປະສົບໄພ, ທ່ານຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສະໜອງເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ອາຫານ, ນ້ຳດື່ມ, ຕູບຜ້າເຕັ້ນແລະອື່ນໆໃຫ້ແກ່ປະຊາຊົນຜູ້ປະສົບໄພໂດຍໄວ, ພ້ອມກັນນັ້ນກໍ່ໄດ້ສັ່ງໃຫ້ກອງທັບສົ່ງເຮືອກູ້ໄພໄປເພີ່ມ, ເພື່ອຍົກສູງຄວາມສາມາດການຂົນສົ່ງເຄື່ອງຊ່ວຍເຫຼືອ.
ໂຄສົກທຳນຽບປະທານາທິບໍດີຟີລິບປີນກ່າວວ່າ: ກອງທັບໄດ້ສົ່ງໜ່ວຍແພດຂີ່ກ່ຳປັ່ນຮົບໄປເຂດປະສົບໄພແລ້ວ, ເພື່ອຮັບມືກັບບັນຫາເຂດປະສົບໄພຂາດເຂີນເຄື່ອງອຸປະກອນການແພດແລະພະນັກງານການແພດ.
ລົມພາຍຸ “ຣາອີ” ແມ່ນໜຶ່ງໃນລົມພາຍຸທີ່ຮ້າຍແຮງທີ່ສຸດທີ່ຟີລິບປີນປະສົບໃນປີນີ້, ຕອນບ່າຍວັນທີ 16 ທັນວານີ້, ລົມພາຍຸດັ່ງກ່າວໄດ້ພັດຂຶ້ນບົກຢູ່ເກາະເຊຍເກົາທາງພາກໃຕ້ຂອງຟີລິບປີນ, ສົ່ງຜົນເຮັດໃຫ້ຝົນຕົກໜັກແລະເກີດມີນ້ຳຖ້ວມ, ຢ່າງໜ້ອຍມີ 7 ແສນຄົນຕ້ອງຍົກຍ້າຍໄປສະຖານທີ່ປອດໄພ, ມີຜູ້ປະສົບໄພຫຼາຍກວ່າ 1 ລ້ານ 1 ແສນ 8 ໝື່ນຄົນ.
ຄຳເຫັນ
0