蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ເລີ່ມກວດກາ​ກ້ອງວົງ​ຈອນ​ປິດ​ທີ່​ຈະຕິດ​ຕັ້ງ​ໄວ້​ໃນ​ສິ່ງກໍ່​ສ້າງ​ນິວ​ເຄຼຍຂອງ​ຕົນ

2021-12-20 15:45:47 CRI

     ວັນ​ທີ 19 ທັນ​ວານີ້, ທ່ານ​ເບ​ຣ​ຣູ​ສ ຄາ​ມານ​ວັນ​ດີ ໂຄ​ສົກ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ອີ​ຣານ​ກ່າວ​ວ່າ: ອີ​ຣານ​ໄດ້​ເລີ່ມ​ດຳ​ເນີນ​ການກວດ​ກາ​ດ້ານ​ເຕັກ​ນິກ​ແລະ​ຄວາມ​ປອດ​ໄພ​ຂອງກ້ອງວົງ​ຈອນ​ປິດ​ທີ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນຈະ​ຕິດ​ຕັ້ງ​ໄວ້​ໃນ​ສິ່ງກໍ່​ສ້າງ​ນິວ​ເຄຼຍ​ແຫ່ງ​ໜຶ່ງ​ຂອງ​ອີ​ຣານ.

     ທ່ານ​ຄາ​ມານ​ວັນ​ດີ​ຍັງ​ກ່າວ​ວ່າ: ກ່ອນ​ໜ້ານີ້, ອີ​ຣານ​ໄດ້​ມີ​ຂໍ້​ສະ​ເໜີ 3 ຂໍ້​ໃຫ້​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນເພື່ອ​ປ່ຽນ​ກ້ອງວົງ​ຈອນ​ປິດ​ທີ່​ຖືກ​ທຳ​ລາຍຢູ່​ໂຮງ​ງານ​ຜະ​ລິດ​ຊິ້ນ​ສ່ວນເຄື່ອງ​ແຍກວັດ​ຖຸ​ດ້ວຍ​ແຮງ​ໜີ​ສູນ​ຢູ່​ເຂດ​ຄາ​ລາ​ຈີ​ ຄື: ຄວນດຳ​ເນີນ​ການ​ສຳ​ຫຼວດ​ດ້ານ​ກົດ​ໝາຍແລະ​ຄວາມ​ປອດ​ໄພ​ໃນຂອບ​ເຂດ​ທີ່​ຖືກ​ທຳ​ລາຍ​ຢູ່​ສິ່ງກໍ່​ສ້າງ​ນິວ​ເຄຼຍ​ອີ​ຣານ, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຄວນ​ກ່າວ​ປະ​ນາມການທຳ​ລາຍສິ່ງກໍ່​ສ້າງ​ນິວ​ເຄຼຍ​ອີ​ຣານ​ແບບນີ້, ຄວນ​ດຳ​ເນີນ​ການກວດ​ກາ​ດ້ານ​ເຕັກ​ນິກ​ແລະ​ຄວາມ​ປອດ​ໄພຂອງກ້ອງວົງ​ຈອນ​ປິດ​ກ່ອນ​ຈະນຳ​ເອົາ​ໄປ​ຕິດ​ຕັ້ງ​.

ຄຳ​ເຫັນ

0