尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ອິ​ຣັ​ສ​ຕັ​ສ ມືນ​ຊາ ກ່າວ​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສອດ​ຄ່ອງ​ກັບ​ທິດ​ທາງ​ການ​ພັດ​ທະ​ນາ​ໃນ “ວາ​ລະ​ຮອດ​ປີ 2063” ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ

2021-12-21 16:56:38 cri

      ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ ອິ​ຣັ​ສ​ຕັ​ສ ມືນ​ຊາ ອະ​ດີດ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່

ມວນ​ຊົນ​ຢູ່​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ​ປະ​ເທດເຄັນ​ຢາ​ວ່າ: ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສອ​ດ​ຄ່ອງ​ກັບ​ທິດ​ທາງ​ການ​ພັດ​ທະ​ນາ​ໃນ “ວາ​ລະຮອດ​ປີ 2063” ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ,ໄດ້​ເລັ່​ງໃຫ້​ການເຊື່ອມ​ຈອດ​ກັນ​ທາງ​ດ້ານ​ຕະ​ຫຼາດ​ແລະ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ໃຫ້​ທັນ​ສະ​ໄໝ​ຂອງ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ໄວ​ຂຶ້ນ.

      ທ່ານ ອິ​ຣັ​ສຕັ​ສ ມືນ​ຊາ ເຫັນ​ວ່າ: ໂຄງ​ການ​ຕ່າງໆ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ,ໄດ້​ປ່ຽນ​ໂສມ​ໜ້າ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາ,ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ແລະ​ການ​ຄ້າ​ໂດຍ​ກົງ. ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ,ພະ​ລັງ​ງານ​ແລະ​ໂຄງ​ການ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​​ກາ​ນ​ສື່​ສານ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງວ່ອງ​ໄວ,ໄດ້​ຫຼຸດ​ຕົ້ນ​ທຶນ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ໜ້ອຍ​ລົງ,​ທັງ​ໄດ້​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສາ​ມັນ​​ຢູ່​ອາ​ຟ​ຣິ​ກາ​ໃຫ້​ດີ​ຂຶ້ນ​ອີກ​ດ້ວຍ.

      ໃນ​ການ​ໃຫ້​ສຳ​ພາດ, ທ່ານ ອິ​ຣັ​ສ​ຕັ​ສ ມືນ​ຊາ ໄດ້​ກ່າວ​ເຖິງ​ທາງ​ລົດ​ໄຟ​​ມົມ​ບາ​ຊາ-ໄນ​ໂຣ​ບີ​​ຢູ່ເຄັນ​ຢາ​ເປັນ​ພິ​ເສດ,ທ່ານ​ກ່າວ​ວ່າ: ທາງ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ສ້າງ​ໂອ​ກາດ​ການ​ປະ​ກອບ​ອາ​ຊີບ​ໃຫ້​ປະ​ຊາ​ຊົນ​ໄດ້​ຢ່າງ​ຫຼວງ​ຫຼາຍ,ໄດ້​ຊຸກ​ຍູ້​ການ​ໂອນ​ເຕັກ​ນິກ​ແລະ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ກັບ​ເສດ​ຖະ​ກິດ​ຂອງ​ປະ​ເທດ​​ດັ່ງ​ກ່າວ.

ຄຳ​ເຫັນ

0