蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອນ​ເວ​ລາ​ຈັດກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-12-21 14:06:21 CRI

ເລື່ອນ​ເວ​ລາ​ຈັດກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_jingjiluntan

ວັນ​ທີ 20 ທັນ​ວານີ້, ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຈະ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ທີ່​ຕາມ​ແຜນ​ເດີມຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ປີ 2022 ຢູ່​ເມືອງ​ດາ​ວອ​ສ​ ປະ​ເທດສວິ​ສຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ໂອ​ມິຄ​ຣອນໄດ້ກໍ່​ໃຫ້​ເກີດຄວາມບໍ່​ແນ່ນອນ​ຢ່າງຕໍ່​ເນື່ອງ, ການ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ແບບອອ​ຟ​ລາຍທີ່​ເຕົ້າ​ໂຮມ​ແຂກ​ຜູ້​ມີ​ກຽດ​ຈາກ​ທົ່ວ​ໂລກແມ່ນເລື່ອງ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ຕາມ​ແຜນການໃນ​ປະ​ຈຸ​ບັນ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້ຈະ​ເລື່ອນ​ເວ​ລາ​ໄປ​ຮອດ​ຕົ້ນ​ລະ​ດູ​ຮ້ອນ​ປີ 2022. ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄວາມຮ້າຍ​ແຮງຂອງ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ​ໂອ​ມິ​ຄ​ຣອນ​ແລະ​ການ​ຈຳ​ກັດ​ການ​ໂດຍ​ສານ​ແລ້ວ, ການ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວແມ່ນ​ເລື່ອງ​ທີ່​ຈຳ​ເປັນ.

ທ່ານ​ຄ​ຣອ​ສ ມາ​ຕິນ ສວັບ ຜູ້​ລິ​ເລີ່ມ​ຈັດ​ຕັ້ງທັງ​ເປັນ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​​ກ່າວ​ວ່າ: ການ​ເລື່ອນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຈະ​ບໍ່​ກະ​ທົບ​ຫົວ​ໜ້າ​ວິ​ສາ​ຫາ​ກິດ​ຜູ້​ດີ​ເດັ່ນ​ແລະ​ຜູ້​ນຳ​ລັດ​ຖະ​ບານທີ່​ຈະ​ສືບ​​ຕໍ່​ພົບ​ປະ​ກັນ​ໃນ​ຮູບ​ແບບ​ຜ່ານ​ທາງ​ອອນ​ລາຍ.

ຄຳ​ເຫັນ

0