尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​​ເຖິງປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່ຽວ​ກັບ​ປະ​ເທດ​ຟີ​ລິບ​ປິນປະ​ສົບ​ເຄາະ​ຮ້າຍ​ຈາກ​ລົມ​ພາ​ຍຸ​ຖະ​ຫຼົ່ມ

2021-12-22 16:45:38 cri

      ວັນ​ທີ 21 ທັນ​ວາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ກ່ຽວ​ກັບ​ປະ​ເທດ​ຟີ​ລິບ​ປິນ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລົມ​ພາ​ຍຸ.

      ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ເສົ້າ​ສະ​ຫຼົດ​ໃຈ​ທີ່​ປະ​ເທດ​ຟີ​ລິບ​ປິນ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລົມ​ພາ​ຍຸ​​ຖະ​ຫຼົ່ມແລະ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີ​ວິດ​ແລະ​ສ້າງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​​ໃຫ້​ກັບ​ຟີ​ລິບ​ປິນຢ່າງ​ຫຼວງ​ຫຼາຍ,ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ​​ຂໍສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​ເສຍ​ຊີ​ວິດ​,ສະ​ແດງ​ຄວາມ​​ເຫັນ​ໃຈ​ແລະ​ສົ່ງ​ຄວາມຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​​ໄປ​ເຖິງຄອບ​ຄົວ​ຜູ້​ເສຍ​ຊີ​ວິດແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ. ຈີນ​ຍິນ​ດີ​​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ຝ່າຍ​ຟີ​ລິບ​ປິນ. ເຊື່ອ​ວ່າ​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ​ຈະ​ສາ​ມາດ​​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ໄດ້​ຢ່າງ​ແນ່ນອນ​ແລະ​ຈະ​ສາ​ມາດສ້າງ​ສາ​ບ້ານເມືອງຄືນ​ໃໝ່.

ຄຳ​ເຫັນ

0