尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ປາ​ກິ​ສະ​ຖານກ່າວ​ວ່າ: ຈີນຊ່ວຍ​ປາ​ກິ​ສະ​ຖານ​ຫຼຸດ​ພົ້ນ​ອອ​ກ​ຈາກ​ຄວາມ​ຂາດແຄນ​​ພະ​ລັງງານ​ໄຟ​ຟ້າ

2021-12-22 16:42:23 cri

      ໜັງ​ສື​ພິມ​​ອອບ​ເຊີ​ເວີ​ຂອງ​ປາ​ກິ​ສະ​ຖານ​ຫຼື Pakistan Observer ​​ໄດ້ລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ​: ຈີນ​ໄດ້​ຊ່ວຍ​ປາ​ກິ​ສະ​ຖານ​ສ້າງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ຫຼາຍ​ແຫ່ງສຳ​ເລັດ ​ພາຍ​ໃຕ້​ຂອບ​ແລວ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ເຊິ່ງ​ໄດ້​ຊ່ວຍ​ປາ​ກິ​ສະ​ຖານ​ຫຼຸດ​ພົ້ນ​ອອກຈາກ​ປະ​ເທດ​ທີ່​ມີ​ຄວາມ​ຂາດ​ແຄນ​ທາງ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ແລະ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ພະ​ລັງ​ງານ​ໄຟ​ຟ້າ​​ທີ່ພຽງ​ພໍ.

      ຂ່າວ​​ຍັງລາຍ​ງານ​ໃຫ້​ຮູ້​ວ່າ: ພາຍ​ໃຕ້​ຂອບ​ແລວ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ແລ້ວ​ໄດ້​ສະ​ໜອງ​ປະ​ລິ​ມານ​ໄຟ​ຟ້າ​ໃຫ້​ແກ່​ຕາ​ໜ່າງ​ໄຟ​ຟ້າ​ແຫ່ງ​ຊາດ​ປາ​ກິ​ສະ​ຖານ​ໄດ້​ຫຼາຍກວ່າ 5 ລ້ານ​ກິ​ໂລ​ວັດ, ໂຄງ​ການ​ເຫຼົ່າ​ນີ້​ໄດ້​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ນຳ​ໃຊ້​ໄຟ​ຟ້າ​​ຂອງ​ປະ​ຊາ​ຊົນ​ແລະ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ປະ​ເທດ​ໄດ້​ຢ່າງ​ແຂງ​ແຮງ.

      ຂ່າວ​ລາຍ​ງານ​ວ່າ: ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ເຫຼົ່າ​ນີ້ໄດ້​ສ້າງ​ໂອ​ກາດ​ການ​ປະ​ກອບ​ອາ​ຊີບ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ຊາ​ຊົນ​ປາ​ກິ​ສະ​ຖານ. ປັດ​ຈຸ​ບັນ,ມີ​ຫຼາຍໂຄງ​ການ​​ດ້ານພະ​ລັງ​ງານ​ພວມ​ຢູ່​ໃນ​ໄລ​ຍະກໍ່​ສ້າງ​ຫຼື​ກຳ​ລັງ​ວາງ​ແຜນ​ກໍ່​ສ້າງ​ຢູ່,​ເຊິ່ງຈະ​ສາ​ມາດ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ຕາ​ໜ່າງ​ໄຟ​ຟ້າ​ແຫ່ງ​ຊາດ​ປາ​ກິ​ສະ​ຖານ. ຄຽງ​ຄູ່​ກັບ​ການ​​ເລີ່ມດຳ​ເນີນ​ວຽກ​ງານ​ກໍ່​ສ້າງ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​​ພາຍ​ໃຕ້​ຂອບ​ແລວ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ​ແລະ​ການ​ເຕີບ​ໂຕ​ດ້ານການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​​ເຂົ້າໃນ​ຂົງ​ເຂດ​ພະ​ລັງ​ງານ​ໄຟ​ຟ້າ,​ຈະ​ເຮັດ​ໃຫ້ການ​ຟື້ນ​ຟູ​ເສດ​ຖະ​ກິດ​ປາ​ກິ​ສະ​ຖານ​ຄືນ​ໃໝ່​​ມີ​ພະ​ລັງ​ຊຸກ​ດັນ​ທີ່​ເຂັ້ມ​ແຂງ.

ຄຳ​ເຫັນ

0