黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ຍື່ນ​ຄຳ​ຮ້ອງ​ເພີ່ອ​ຂໍ​ການ​ອະ​ນຸ​ມັດ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ

2021-12-22 15:37:47 cri

ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ຍື່ນ​ຄຳ​ຮ້ອງ​ເພີ່ອ​ຂໍ​ການ​ອະ​ນຸ​ມັດ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ_fororder_a71ea8d3fd1f41344868256000f40ec3d0c85e41

ສຳ​ນັກ​ຂ່າວ NHK ຂອງ​ຍີ່​ປຸ່ນ​ລາຍ​ງານ​ວ່າ: ວັນ​ທີ 21 ທັນ​ວາ​ນີ້, ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ໄດ້​ຍື່ນ​ຄຳ​ຮ້ອງ​ເຖິງ​ຄະ​ນະ​ກຳ​ມະ​ການ​ພະ​ລັງ​ງານ​ນິວ​ເຄຼຍ​ຍີ່​ປຸ່ນ​ເພື່ອ​ຂໍ​ການ​ອະ​ນຸ​ມັດ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ໜ້າ​ນີ້, ໄດ້​ມີ​ແຜນ​ການ​ເຈາະ​ອຸ​ໂມງ​ໃຕ້​ທະ​ເລ​ເພື່ອ​ປ່ອນ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ເລກ​ໜຶ່ງ​ຢູ່​ເກາະ​ຟູ​ກູ​ຊີ​ມະ​ລົງ​ສູ່​ທະ​ເລ, ສະ​ນັ້ນ, ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ຍີ່​ປຸ່ນ​ຈຶ່ງ​ໄດ້​ເລີ່ມ​ວຽກ​ງານ​ສຳ​ຫຼວດ​ການ​ເຈາະ​ອຸ​ໂມງ​ໃນ​ວັນ​ທີ 14 ທັນ​ວ​າ​ນີ້.

ວັນ​ທີ 13 ເມ​ສາ​ປີ 2021, ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ອະ​ນຸ​ມັດ​ໃຫ້​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ຂອງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ເລກ​ໜຶ່ງ​ຢູ່​ເກາະ​ຟູ​ກູ​ຊີ​ມະ​ລົງ​ສູ່​ທະ​ເລ​ຢ່າງ​ເປັນ​ທາງ​ການ, ແຕ່​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ໄດ້​ຖືກ​ປະ​ຊາ​ຊົນ​ແຂວງ​ຟູ​ກູ​ຊິ​ມະ​ແລະ​ສະ​ຫະ​ພັນ​ການ​ປະ​ມົງ​ແຫ່ງ​ຊາດ​ຍີ່​ປຸ່ນ​ແລະ​ອົງ​ການ​ຈັດ​ຕັ້ງ​ອື່ນໆ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ.

ຄຳ​ເຫັນ

0